ທ່ານສີຈິ້ນຜິງກ່າວວ່າ: ຮ່ວມກັນສ້າງການພົວພັນຄູ່ຮ່ວມການພັດທະນາທົ່ວໂລກທີ່ສາມັກຄີກັນ, ສະເໝີພາບກັນ, ດຸ່ນດ່ຽງແລະມີຜົນປະໂຫຍດທົ່ວໄປ, ບໍ່ໃຫ້ປະເທດໃດໜຶ່ງ ຫຼືຜູ້ໃດຜູ້ໜຶ່ງຕົກຂະບວນ

2022-06-24 22:39:43 cri


ຕອນຄ່ຳວັນທີ 24 ມິຖຸນານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານຈັດກອງປະຊຸມສົນທະນາລະດັບສູງກ່ຽວກັບການພັດທະນາຂອງໂລກຜ່ານທາງວີດີໂອ ທັງໄດ້ກ່າວຄຳປາໄສທີ່ສຳຄັນ.

ທ່ານສີຈິ້ນຜິງກ່າວວ່າ: ການຮ່ວມມືຈິ່ງສາມາດສຳເລັດພາລະກິດທີ່ຍິ່ງໃຫຍ່, ສຳເລັດວຽກງານທີ່ດີ ແລະສຳເລັດວຽກງານທີ່ມີຜົນດີຍືນຍົງໄດ້. ປະເທດທີ່ພັດທະນາແລ້ວຕ້ອງປະຕິບັດຕາມພັນທະ, ປະເທດພວມພັດທະນາຕ້ອງລົງເລິກການຮ່ວມມື, ຝ່າຍໃຕ້ແລະຝ່າຍເໜືອຄວນກ້າວເດີນໄປຂ້າງໜ້າຮ່ວມກັນ, ຮ່ວມກັນສ້າງການພົວພັນຄູ່ຮ່ວມການພັດທະນາທົ່ວໂລກທີ່ສາມັກຄີກັນ, ສະເໝີພາບກັນ, ດຸ່ນດ່ຽງແລະມີຜົນປະໂຫຍດທົ່ວໄປ, ບໍ່ໃຫ້ປະເທດໃດໜຶ່ງຫຼືຜູ້ໃດຜູ້ໜຶ່ງຕົກຂະບວນ.