ທ່ານສີຈິ້ນຜິງຢູ່ບ້ານເຊ້ຍຈ່ຽງແຂວງເຈີ້ຈ່ຽງ

2022-06-24 10:36:41 cri


ບ້ານເຊ້ຍຈ່ຽງຂຶ້ນກັບຕາແສງເຟີ່ງຊູ້ລິງເມືອງຊຸນອ່ານແຂວງເຈີ້ຈ່ຽງ. ໃນເມື່ອກ່ອນບ້ານເຊ້ຍຈ່ຽງເປັນບ່ອນທີ່ມີຊື່ສຽງຫຼາຍ, ແຕ່ຊື່ສຽງຂອງບ້ານນີ້ພັດແມ່ນຍ້ອນຄວາມທຸກຍາກ. ມີຂັບລຳຄວາມໜຶ່ງຮ້ອງວ່າ: “ເຮືອນແມ່ນເຮືອນດິນ, ທັນຍາຫານກໍກຸ້ມແຕ່ພຽງເຄິ່ງປີ, ຜູ້ສາວຈຶ່ງບໍ່ຢາກແຕ່ງງານກັບຜູ້ບ່າວບ້ານເຊ້ຍຈ່ຽງ.”

 

ໃນຕົ້ນຊຸມປີ 1980, ຊາວບ້ານບ້ານເຊ້ຍຈ່ຽງຟ້າວຟັ່ງເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ, ຈຶ່ງໄດ້ພາກັນຂຶ້ນພູຕັດໄມ້ຢ່າງຊະຊາຍເພື່ອນຳມາເຜົາຖ່ານ. ໃນບໍ່ເທົ່າໃດປີ, ປ່າໄມ້400 ກວ່າເຮັກຕາໄດ້ຫາຍຈົນໝົດກ້ຽງ, ເຂດພູດອຍເໝືອນກັບຄົນຫົວໂປກ. ທ່ານຈ່ຽງຢິນຊຽງ ອະດີດເລຂາໜ່ວຍພັກບ້ານເຊ້ຍຈ່ຽງໄດ້ຫວນຄືນວ່າ, ໃນເມື່ອກ່ອນ ບ້ານເຊ້ຍຈ່ຽງມີສະພາບການຄືແບບນີ້: “ຢູ່ຕາມຖະໜົນແມ່ນທາງດິນທີ່ເຕັມໄປດ້ວຍບວກຂຸມ ແລະ ຂີ້ຕົມ, ທຸກຄອບຄົວອາໄສຢູ່ໃນເຮືອນດິນ, ລ້ຽງໝູແບບປ່ອຍຢູ່ຕາມເດີ່ນບ້ານ, ນ້ຳເປື້ອນໄຫຼໄປທົ່ວທີບ.”

 

ຕອນເຊົ້າວັນທີ 24 ເມສາ ປີ 2003, ທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ເດີນທາງໄປຮອດບ້ານເຊ້ຍຈ່ຽງ, ໂດຍຂີ່ລົດຕາມເສັ້ນທາງທຸລະກັນດານ 60 ກວ່າກິໂລແມັດຈາກເມືອງຊຸນອ່ານ, ແລ້ວຂີ່ເຮືອບັກເປັນເວລາ ເຄິ່ງຊົ່ວໂມງ ແລະຂີ່ລົດໄປຕໍ່ຕາມທາງທີ່ຄົດລ້ຽວກ້ຽວກອດພູ 100 ກວ່າໂຄ້ງອີກຈຶ່ງໄດ້ໄປຮອດບ້ານເຊ້ຍຈ່ຽງ.

 

ເມື່ອຫາກໍໄປຮອດບ້ານນີ້ທ່ານສີຈິ້ນຜິງບໍ່ໄດ້ພັກຜ່ອນກໍເລີ່ມສຳຫຼວດຄົ້ນຄວ້າວຽກງານເລີຍ.

 

ຫຼັງຈາກສຳຫຼວດຄົ້ນຄວ້າແລ້ວ, ທ່ານສີຈິ້ນຜິງໄດ້ຮຽກພະນັກງານບ້ານໄປປະຊຸມຢູ່ຫ້ອງການຄະນະກຳມະການບ້ານທີ່ລຽບງ່າຍ. ທ່ານຈ່ຽງຢິນຊຽງຢິບເອົາເອກະສານທີ່ກຽມໄວ້ລ່ວງໜ້າກຽມຈະເລີ່ມລາຍງານວຽກງານ. ແຕ່ທ່ານສີຈິ້ນຜິງເວົ້າດ້ວຍຄວາມອົບອຸ່ນວ່າ: “ບໍ່ຕ້ອງອ່ານເອກະສານແລ້ວ. ໃນໃຈຄິດຢາກເວົ້າຫຍັງກໍເວົ້າອອກມາເລີຍ, ຄິດເຫັນບ່ອນໃດກໍເວົ້າເຖິງບ່ອນນັ້ນ. ພວກເຮົາມາຟັງຄວາມຈິງ. ເວົ້າຄວາມຈິງໂລດ.”

 

ທ່ານຈ່ຽງຢິນຊຽງກໍຮູ້ສຶກຜ່ອນຄາຍບໍ່ໄດ້ເຄັ່ງຕຶງອີກແລ້ວ, ແລະໄດ້ບອກຄວາມທຸກໃຈ ແລະ ຄວາມຫຍຸ້ງຍາກລຳບາກ. ໃນທີ່ສຸດກໍໄດ້ສະເໜີຂໍ້ຮຽກຮ້ອງວ່າ: “ທ່ານເລຂາສີ, ມີເລື່ອງໜ້ອຍໜຶ່ງບໍ່ຮູ້ວ່າຄວນສະເໜີໄດ້ຫຼືບໍ່, ເລື່ອງກໍຄືຢາກສະເໜີທາງແຂວງຊ່ວຍສ້າງເຕົາແກັດຊີວະພາບໃຫ້ແດ່, ຖ້າບໍ່ດັ່ງນັ້ນ, ປ່າໄມ້ກໍຈະຖືກຕັດຈົນກ້ຽງ.”

 

“ຂໍ້ສະເໜີນີ້ດີຫຼາຍ! ເວົ້າສຳລັບພີ່ນ້ອງປະຊາຊົນແລ້ວ, ເລື່ອງເລັກໆນ້ອຍໆໃນຊີວິດປະຈຳວັນລ້ວນແຕ່ແມ່ນເລື່ອງສຳຄັນຢ່າງແທ້ຈິງ. ກໍເໝືອນກັບຮ່າງກາຍຄົນ, ຈຸລັງນ້ອຍເຂັ້ມແຂງແລ້ວ, ໝົດຮ່າງກາຍຈຶ່ງຈະເຕັມໄປດ້ວຍຄວາມມີຊີວິດຊີວາ.” ທ່ານສີຈິ້ນຜິງໄດ້ໃຫ້ສະຫາຍຜູ້ຕິດຕາມໄປນຳບັນທຶກໄວ້, ທັງສັ່ງວ່າ: “ງົບປະມານໃຫ້ການເງິນແຂວງຮັບຜິດຊອບ.”

 

ຫຼັງຈາກນັ້ນບໍ່ເທົ່າໃດມື້, ຫ້ອງການພະລັງງານຊົນນະບົດແຂວງເຈີ້ຈ່ຽງໄດ້ແຕ່ງນັກວິຊາການໄປຊີ້ນຳວຽກງານຢູ່ບ້ານເຊ້ຍຈ່ຽງ. ບັນຫາງົບປະມານກໍໄດ້ຮັບການແກ້ໄຂຢ່າງວ່ອງໄວ, ເຕົາແກັດຊີວະພາບຢູ່ບ້ານເຊ້ຍຈ່ຽງກໍໄດ້ຮັບການສ້າງຕັ້ງຂຶ້ນ.

 

ຈົນຮອດທຸກມື້ນີ້, ຊາວບ້ານໃນບາງຄອບຄົວຍັງຄົງນຳໃຊ້ແກັສຊີວະພາບທີ່ສ້າງຂຶ້ນໃນຄາວນັ້ນຢູ່.