ທ່ານ ສີຈິ້ນຜິງ ກ່າວວ່າ: ຈີນຍິນດີຮ່ວມກັບບັນດາຄູ່ຮ່ວມປະເທດບຣິກສ໌ຮ່ວມກັນຊຸກຍູ້ຂໍ້ລິເລີ່ມການພັດທະນາຂອງໂລກໃຫ້ພັດທະນາເຂົ້າສູ່ລວງເລິກຢ່າງແທ້ຈິງ

2022-06-24 15:19:09 cri

     ຕອນຄ່ຳວັນທີ 23 ມິຖຸນານີ້, ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານກອງປະຊຸມເຈລະຈາຄັ້ງທີ 14 ຂອງຜູ້ນຳບັນດາປະເທດບຣິກສ໌ໂດຍຜ່ານທາງວິດີໂອ.

      ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ວິກິດການຈະເຮັດໃຫ້ເສຍຄວາມເປັນລະບຽບຮຽບຮ້ອຍ,ແລະຈະເຮັດໃຫ້ເກີດການປະຕິຮູບ, ຈຸດທີ່ສຳຄັນແມ່ນຂຶ້ນຢູ່ກັບວ່າຈະຮັບມືແນວໃດ. ຈີນຍິນດີຮ່ວມກັບຄູ່ຮ່ວມບັນດາປະເທດບຣິກສ໌,ຊຸກຍູ້ຂໍ້ລິເລີ່ມການພັດທະນາຂອງໂລກໃຫ້ພັດທະນາເຂົ້າສູ່ລວງເລິກຢ່າງແທ້ຈິງ,ຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ,ສ້າງປະຊາຄົມຮ່ວມການພັດທະນາຂອງໂລກ,ເພື່ອບັນລຸການພັດທະນາຂອງໂລກໃຫ້ມີຄວາມເຂັ້ມແຂງ,ສີຂຽວ ແລະ ປອດໃສກວ່າເກົ່າ.