ນັບແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້ ການລົງທຶນໂດຍກົງປະເພດບໍ່ແມ່ນການເງິນຂອງຈີນຕໍ່ປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 10,2%

2022-06-24 15:33:43 cri

      ກະຊວງການຄ້າຈີນໄດ້ເປີດເຜີຍຕົວເລກຂໍ້ມູນໃນວັນທີ 23 ມິຖຸນານີ້ສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້, ການລົງທຶນໂດຍກົງປະເພດບໍ່ແມ່ນການເງິນຂອງຈີນຕໍ່ຕ່າງປະເທດມີມູນຄ່າເຖິງ 287,06 ຕື້ຢວນ, ເພີ່ມຂຶ້ນ 2,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.ໃນນັ້ນ,ການລົງທຶນໂດຍກົງປະເພດບໍ່ແມ່ນການເງິນຕໍ່ປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ມີເຖິງ 8,19 ຕື້ໂດລາ, ເພີ່ມຂຶ້ນ 10,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

      ອີງຕາມສະຖິຕິສະແດງໃຫ້ເຫັນວ່າ: ໃນ 5 ເດືອນຕົ້ນປີນີ້, ມູນຄ່າດຳເນີນງານຂອງໂຄງການຮັບເໝົາກັບຕ່າງປະເທດຂອງຈີນໄດ້ບັນລຸເຖິງ 344,34 ຕື້ຢວນ, ເພີ່ມຂຶ້ນ 0,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ມູນຄ່າການເຊັນສັນຍາສະບັບໃໝ່ມີເຖິງ 507,2 ຕື້ຢວນ. ມູນຄ່າດຳເນີນງານຂອງໂຄງການຮັບເໝົາກັບປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນໄດ້ບັນລຸເຖິງ 28,55 ຕື້ໂດລາສະຫະລັດ, ມູນຄ່າການເຊັນສັນຍາສະບັບໃໝ່ມີເຖິງ 38 ຕື້ໂດລາສະຫະລັດ, ຕ່າງໄດ້ກວມຍອດມູນຄ່າລວມ 53,4% ແລະ 48,2%.