ອີຣານຫວັງໃຫ້ຟື້ນຟູການເຈລະຈາກ່ຽວກັບບັນຫານິວເຄຣັຍອີຣານຄືນໃໝ່ຢູ່ນະຄອນຫຼວງວຽນປະເທດໂອຕຣິສ໌ໂດຍໄວ

2022-06-24 15:20:14 cri

      ວັນທີ 23 ມິຖຸນານີ້, ທ່ານ ໂຮສເຊັນ ອາເມຍ ອັບໂດນລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານໄດ້ກ່າວຫຼັງຈາກພົບປະເຈລະຈາກັບທ່ານ ເຊີເກ ລັຟຣົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍວ່າ: ອີຣານຫວັງໃຫ້ຟື້ນຟູການເຈລະຈາລະຫວ່າງຝ່າຍທີ່ກ່ຽວຂ້ອງກັບສັນຍາຮອບດ້ານກ່ຽວກັບບັນຫານິວເຄຣັຍອີຣານຄືນໃໝ່ຢູ່ນະຄອນຫຼວງວຽນປະເທດໂອຕຣິສ໌ໃນອີກບໍ່ດົນນີ້.

      ໃນມື້ດັ່ງກ່າວ, ທ່ານ ໂຮສເຊັນ ອາເມຍ ອັບໂດນລາຮຽນ ຍັງໄດ້ພົບປະເຈລະຈາກັບທ່ານ ເຊີເກ ລັຟຣົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍຢູ່ນະຄອນຫຼວງເຕເຮລານປະເທດອີຣານ. ຫຼັງຈາກການພົບປະ,ສອງຝ່າຍໄດ້ພ້ອມກັນໃຫ້ສຳພາດຕໍ່ນັກຂ່າວ. ທ່ານ ໂຮສເຊັນ ອາເມຍ ອັບໂດນລາຮຽນ ກ່າວວ່າ: ຝ່າຍທີ່ກ່ຽວຂ້ອງໄດ້ພະຍາຍາມເຮັດໃຫ້ບັນດາຝ່າຍທີ່ກ່ຽວຂ້ອງກັບຄືນສູ່ການເຈລະຈາຄືນໃໝ່, ຝ່າຍອີຣານພວມພົວພັນກັບຜູ້ປະສານງານຂອງສະຫະພາບເອີຣົບຢ່າງຕໍ່ເນື່ອງ. ອີຣານຫວັງໃຫ້ອາເມຣິກາສາມາດໃຊ້ທ່າທີທີ່ສອດຄ່ອງກັບສະພາບການໃນປັດຈຸບັນ. ທ່ານ ເຊີເກ ລັຟຣົຟ ກ່າວວ່າ: ຣັດເຊຍສະໜັບສະໜູນຫຼັກໝັ້ນຂອງອີຣານໃນການເຈລະຈາສັນຍາຮອບດ້ານກ່ຽວກັບບັນຫານິວເຄຣັຍອີຣານ.