ຕາລາງລາຍການ FM93Mhz

ເລື່ອງລາວຂອງທ່ານສີຈິ້ນຜິງກັບບ້ານຈຸ່ນຢິ່ງນະຄອນເຊ້ຍເມີນ

2022-06-24 10:38:09 cri


ບ້ານຈຸ່ນຢິງ ຕາແສງຫຼຽນຮວາເມືອງທົງອ່ານ ນະຄອນເຊ້ຍເມີນແຂວງຟູຈ້ຽນຕັ້ງຢູ່ບ່ອນສູງກວ່າລະດັບສະເລ່ຍຂອງໜ້ານ້ຳທະເລ 900 ກວ່າແມັດ, ເປັນບ້ານບໍລິຫານທີ່ຕັ້ງຢູ່ບ່ອນສູງທີ່ສຸດ ແລະ ຫ່າງໄກສອກຫຼີກທີ່ສຸດຂອງນະຄອນເຊ້ຍເມີນ. ທ່ານສີຈິ້ນຜິງເຄີຍເດີນທາງໄປຢ້ຽມຢາມປະຊາຊົນຜູ້ທຸກຍາກຂອງບ້ານຈຸ່ນຢິງສອງຄັ້ງ ຄືໃນປີ1986 ໃນເວລາທີ່ທ່ານດຳລົງຕຳແໜ່ງເປັນຮອງເຈົ້າຄອງນະຄອນເຊ້ຍເມີນ ແລະ ປີ1998 ໃນເວລາທີ່ທ່ານດຳລົງຕຳແໜ່ງເປັນຮອງເລຂາພັກແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ໃຫ້ທິດຊີ້ນຳຢ່າງຈະແຈ້ງຕໍ່ທິດທາງການພັດທະນາບ້ານທີ່ຕັ້ງຢູ່ພູສູງແຫ່ງນີ້ ທັງໄດ້ສະເໜີແນວຄວາມຄິດສຳຄັນກ່ຽວກັບການພັດທະນານິເວດສີຂຽວເຊັ່ນ: “ປູກໄມ້ສ້າງປ່າຢູ່ເທິງພູປານວ່າໃສ່ໝວກຂຽວໃຫ້ກັບພູທັງພັດທະນາຕີນພູໄປຄຽງຄູ່ກັນ”, “ຕ້ອງໃຫ້ໄດ້ທັງພູເງິນພູຄຳແລະພູຂຽວນ້ຳໃສ”ເປັນຕົ້ນ.

 

ວັນທີ 7 ເມສາ ປີ1986, ທ່ານສີຈິ້ນຜິງ ທີ່ເປັນຮອງເຈົ້າຄອງນະຄອນເຊ້ຍເມີນໃນເວລານັ້ນໄດ້ເດີນທາງໄປເຖິງບ້ານຈຸ່ນຢິງເປັນເທື່ອທຳອິດ.

 

ໃນຕອນນັ້ນ, ເງື່ອນໄຂພື້ນຖານໂຄງລ່າງໃນບ້ານຈຸ່ນຢິງຫຼ້າຫຼັງທີ່ສຸດ, ບໍ່ມີໄຟຟ້າໃຊ້. ແຫຼ່ງລາຍໄດ້ຕົ້ນຕໍຂອງຊາວບ້ານມາຈາກສວນຊາທີ່ມີເນື້ອທີ່ປະມານ 27 ເຮັກຕາ, ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີມີພຽງແຕ່280ຢວນເທົ່ານັ້ນ.

 

ຍ້ອນສະພາບທຸກຍາກຫຼ້າຫຼັງຄືແນວນີ້, ທ່ານສີຈິ້ນຜິງຈຶ່ງໄດ້ສະເໜີເປັນພິເສດວ່າ, ຊາວບ້ານສາມາດພັດທະນາການປູກໝາກພັບ, ທ່ານໄດ້ຕິດຕໍ່ຫາພາກສ່ວນທີ່ກ່ຽວຂ້ອງເພື່ອສະໜອງເບັ້ຍໝາກພັບທີ່ບໍ່ມີແກ່ນຂອງເຂດກວາງຊີໃຫ້ງວດໜຶ່ງ, ຍັງໄດ້ສັ່ງໃຫ້ຫ້ອງການກະສິກຳເມືອງສະໜອງເງິນທຶນສະເພາະຊ່ວຍຫຼຸດຜ່ອນຄວາມທຸກຍາກຈຳນວນ 3 ໝື່ນຢວນໃຫ້ຊາວບ້ານ.

ກໍຍ້ອນເປັນຄືແນວນີ້ແຫຼະ, ຊາວບ້ານທັງຫຼາຍໄດ້ປູກໝາກພັບກວາງຊີປະມານ 13 ເຮັກຕາ  ແລະນຳໃຊ້ທຶນສະເພາະຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກບ້ວງນັ້ນມາປຸກຫ້ອງການຄຸ້ມຄອງການປູກໝາກພັບ. ພາຍຫຼັງມາ, ທ່ານກ່າວສວນໂກວຈິ່ງຮູ້ວ່າ: ໝາກພັບກວາງຊີທີ່ບໍ່ມີແກ່ນເປັນພັນໝາກພັບທີ່ດີທີ່ສຸດຂອງຈີນໃນເວລານັ້ນ.

 

ເວລາຜ່ານໄປ 12 ປີ, ຄື ວັນທີ 16 ຕຸລາປີ 1998, ທ່ານສີຈິ້ນຜິງທີ່ເປັນຮອງເລຂາພັກແຂວງຟູຈ້ຽນໃນເວລານັ້ນໄດ້ເດີນທາງໄປບ້ານຈຸ່ນຢິງອີກຄັ້ງໜຶ່ງ.

 

ທ່ານສີຈິ້ນຜິງບໍ່ໄດ້ລືມທ່ານກ່າວສວນໂກວ ທີ່ຕົນເຄີຍພົບເມື່ອ 12 ປີກ່ອນ. ເພິ່ນຖາມວ່າ: “ຫົວໜ້າກ່າວຜູ້ທີ່ມີຮູບຮ່າງທັງຈ່ອຍແລະເຕ້ຍໃນຕອນນັ້ນເດ ດຽວນີ້ລາວໄດ້ເຮັດຫຍັງຢູ່ໃສ? ເອີ້ນລາວມາພົບຂ້າພະເຈົ້າແດ່ ໄດ້ບໍ?”

 

ເວລານັ້ນ, ທ່ານກ່າວສວນໂກວກຳລັງຫຍຸ້ງນຳວຽກໄຮ່ນາສວນທີ່ປະຕີນເປົ່າຢູ່, ເມື່ອໄດ້ຍິນວ່າທ່ານເລຂາສີຈິ້ນຜິງຢາກພົບໜ້າກັບຕົນ, ກໍຮູ້ສຶກດີໃຈຈົນລືມໄປວ່າຕົນຍັງບໍ່ທັນໄດ້ລ້າງຕີນລ້າງມືກໍຂ້ຽວຈັບເອົາຈົກແລ້ວຟ້າວຂີ່ລົດຈັກໄປຫາທ່ານສີຈິ້ນຜິງ.

ທ່ານສີຈິ້ນຜິງຫຼຽວເຫັນທ່ານກ່າວສວນໂກວມາແຕ່ໄກກໍໄດ້ເວົ້າຂຶ້ນວ່າ: “ນັ້ນແມ່ນລາວ, ແມ່ນລາວແທ້ໆ!” ຫຼັງຈາກທັກທາຍສະບາຍດີແລ້ວແລ້ວ, ທ່ານສີຈິ້ນຜິງກໍຖາມວ່າ ຕົ້ນໝາກພັບທີ່ຕົນເອງແນະນຳໃຫ້ຊາວບ້ານປູກໃນເມື່ອກ່ອນນັ້ນດຽວນີ້ເຕີບໃຫຍ່ຊ່ຳໃດແລ້ວ. ທ່ານກ່າວສວນໂກວບອກວ່າ:ສວນໝາກພັບແຫ່ງນັ້ນພໍດີເຕີບໃຫຍ່ຮອດອາຍຸທີ່ມັນຈະເປັນໝາກໄດ້ດີຫຼາຍ. ທ່ານສີຈິ້ນຜິງເວົ້າດ້ວຍຄວາມຕື່ນເຕັ້ນດີໃຈວ່າ: “ຊັ້ນພວກເຮົາໄປເບິ່ງນຳກັນເທາະ”. ແລ້ວທ່ານກັບຄົນທັງຫຼາຍໄດ້ພາກັນຍ່າງເປັນໄລຍະທາງ2ກິໂລແມັດປາຍເພື່ອໄປສວນໝາກພັບ.

ທຳອິດ, ທ່ານສີຈິ້ນຜິງໄດ້ເຫັນສວນຊາຢູ່ຕີນພູແລະສວນໝາກພັບຢູ່ເປີນພູກໍຮູ້ສຶກດີໃຈຫຼາຍ. ແຕ່ເມື່ອເບິ່ງໄປຢ່າງລະອຽດແລ້ວກໍຍັງມີອັນທີ່ທ່ານບໍ່ພໍໃຈປານໃດ.

 

ເພາະວ່າ, ນອກຈາກສວນຊາແລະສວນ ໝາກພັບແລ້ວ, ໂນນພູແຫ່ງອື່ນໆລ້ວນແຕ່ເປັນພູຫົວໂລ້ນ. ທ່ານສີຈິ້ນຜິງກ່າວວ່າ: “ປູກຊາປູກຕົ້ນໄມ້ໃຫ້ໝາກໃຫ້ຫຼາຍ,ແຕ່ກໍຢ່າລືມການປູກໄມ້ສ້າງປ່າ, ຕ້ອງເຮັດແບບ “ພັດທະນາຢູ່ຕີນພູ, ເທິງພູກໍຕ້ອງ‘ໃສ່ໝວກຂຽວ’ໃຫ້ມັນ.”

 

ຄຳແນະນຳດ້ວຍຄວາມເອົາໃຈໃສ່ຂອງທ່ານສີຈິ້ນຜິງ, ຊາວບ້ານທັງຫຼາຍຂອງບ້ານຈຸ່ນຢິງໄດ້ຈື່ຈຳໄວ້ໃນໃຈຕະຫຼອດມາ. ທຸກມື້ນີ້, ຢູ່ຫົວບ້ານຈຸ່ນຢິງ ມີທາງເບຕົງໃຫຍ່ຍາວຢຽດເຂົ້າເຖິງບ້ານແລະສອງຟາກທາງໄດ້ປູກໄມ້ກາລະບູນຂຽວອຸ່ມທຸ່ມ. ເທິງເປີ້ນພູຢູ່ສອງຟາກທາງໃຫຍ່ໄດ້ຕັ້ງປ້າຍໃຫຍ່ສອງປ້າຍເຊິ່ງແຕ່ລະປ້າຍໄດ້ຂຽນຕົວໜັງສືໃຫຍ່ທີ່ສະດຸດຕາຄືປ້າຍໜຶ່ງຂຽນວ່າ  “ຫຼຸດພົ້ນອອກຈາກຄວາມທຸກຍາກ” ແລະອີກປ້າຍໜຶ່ງແມ່ນ  “ປະຊາຊົນບ້ານຈຸ່ນຢິງບ້ານພັກຜ່ອນຢ່ອນອາລົມທີ່ສວຍງາມທີ່ສຸດຂອງຈີນຍິນດີຕ້ອນຮັບທ່ານ”.