ຜົນສະທ້ອນອັນໜັກໜວ່ງຈາກສົງຄາມອິນດູຈີນທີ່ອາເມຣິກາສ້າງຂື້ນແລະປະໄວ້ໃຫ້ປະຊາຊົນລາວ

2022-06-24 17:15:56 CRI


    ໃນຊຸມປີ 1960-1970 ຂອງສະຕະວັດທີ 20 ຜ່ານມາ, ອົງການສືບຣາຊະການລັບຂອງອາເມຣິກາໄດ້ເຮັດ “ສົງຄາມລັບ” ຢູ່ປະເທດລາວ, ຈຸດປະສົງແມ່ນເພື່ອສະກັດກັ້ນເສັ້ນທາງບໍາລຸງຮັກສາທາງທະຫານຂອງຫວຽດກົງຢູ່ພາກໃຕ້ຂອງລາວຄື “ເສັ້ນທາງໂຮ່ຈີມິນ”. ໃນລະຫວ່າງປີ 1964-1973, ກອງທັບອາເມຣິກາໄດ້ຖີ້ມລະເບີດຫຼາຍກວ່າ 2 ລ້ານໂຕນດ້ວຍຖ້ຽວບິນສູ້ຮົບຫຼາຍກວ່າ 580,000 ຖ້ຽວບິນ, ລະເບີດດັ່ງກ່າວມີປະມານ 270 ລ້ານໜ່ວຍ, ເຮັດໃຫ້ປະເທດລາວກາຍເປັນສະມໍລະພູມຂອງສົງຄາມແລະພົນລະເມືອງລາວໄດ້ຮັບຜົນກະທົບຈາກລະເບີດຕໍ່ຫົວຄົນຫຼາຍທີ່ສຸດໃນໂລກ. ປັດຈຸບັນ, ຊີວິດຂອງຜູ້ເຄາະຮ້າຍຈາກລະເບີດກອງທັບອາເມລິກາເຫຼົ່ານີ້ເປັນຄືແນວໃດ?