ທ່ານສີຈິ້ນຜິງກ່າວວ່າ: ມີແຕ່ໃຫ້ປະຊາຊົນປະເທດຕ່າງໆມີຊີວິດການເປັນຢູ່ທີ່ດີ, ຄວາມຈະເລີນຮຸ່ງເຮືອງຈຶ່ງຍືນຍົງໄດ້, ຄວາມໝັ້ນຄົງຈຶ່ງມີການຮັບປະກັນ ແລະສິດທິມະນຸດຈຶ່ງມີພື້ນຖານ

2022-06-24 22:38:38 cri

ຕອນຄ່ຳວັນທີ 24 ມິຖຸນານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານຈັດກອງປະຊຸມສົນທະນາລະດັບສູງກ່ຽວກັບການພັດທະນາຂອງໂລກຜ່ານທາງວີດີໂອ ທັງໄດ້ກ່າວຄຳປາໄສທີ່ສຳຄັນ.

ທ່ານສີຈິ້ນຜິງກ່າວວ່າ: ມີແຕ່ໃຫ້ປະຊາຊົນປະເທດຕ່າງໆມີຊີວິດການເປັນຢູ່ທີ່ດີ, ຄວາມຈະເລີນຮຸ່ງເຮືອງຈຶ່ງຍືນຍົງໄດ້, ຄວາມໝັ້ນຄົງຈຶ່ງມີການຮັບປະກັນ ແລະສິດທິມະນຸດຈຶ່ງມີພື້ນຖານ. ພວກເຮົາຄວນຈັດເອົາການພັດທະນາໄວ້ໃນຖານະໃຈກາງຂອງວາລະສາກົນ, ຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການ ສປຊ, ບັນລຸຄວາມເຫັນທີ່ເປັນເອກະພາບກັນທາງການເມືອງທີ່ທຸກຄົນເອົາໃຈໃສ່ນຳການພັດທະນາ ແລະປະເທດຕ່າງໆຮ່ວມກັນສະແຫວງຫາການຮ່ວມມື.