ຈັດງານໂຄສະນາກ່ຽວກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ຢູ່ກຳປູເຈຍ

2022-06-24 17:15:00 CRI

 

ຕາມຂ່າວCRI: ວັນທີ 23 ມິຖຸນານີ້, ງານໂຄສະນາກ່ຽວກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ.

 

ຮອງເລຂາທິການວຽກງານແຫ່ງລັດກະຊວງການຄ້າກຳປູເຈຍໄດ້ຕີລາຄາໃນລະດັບສູງຕໍ່ຈີນທີ່ໄດ້ຈັດງານວາງສະແດງສິນຄ້ານຳເຂົ້າສາກົນທຸກຄັ້ງກ່າວວ່າ, ກຳປູເຈຍໄດ້ເຂົ້າຮ່ວມງານວາງສະແດງມາແລ້ວ 4 ຄັ້ງຢ່າງສຳເລັດຜົນ, ແລະຈະສືບຕໍ່ເຂົ້າຮວ່ມພ້ອມທັງສະໜັບສະໜູນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5. ດ້ວຍການເຊື່ອມຕໍ່ໃນລະດັບສູງລະຫວ່າງ ຍຸດທະສາດ 4 ລ່ຽມຂອງກຳປູເຈຍແລະຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງຂອງຈີນ, ບັນລຸການພັດທະນາທີ່ມີຜົນປະໂຫຍດຮ່ວມກັນດ້ານການຮ່ວມມືເສດຖະກິດແລະການຄ້າລະຫວ່າງສອງປະເທດ.