ໂມນໂດວາຍິນດີເສຍຄ່າຕອບແທນທາງການເມືອງທຸກປະການເພື່ອເຂົ້າເປັນສະມາຊິກສະຫະພາບເອີຣົບ

2022-06-25 10:34:02 CRI

ວັນທີ 24 ມິຖຸນານີ້ຕາມເວລາທ້ອງຖິ່ນ, ທ່ານນາງມາເອຍ ຊັນດູ ປະທານາທິບໍດີໂມນໂດວາກ່າວວ່າ, ໂມນໂດວາຍິນດີເສຍຄ່າຕອບແທນທາງການເມືອງທຸກປະການເພື່ອເຂົ້າເປັນສະມາຊິກສະຫະພາບເອີຣົບ. ເປົ້າໝາຍຂອງລັດຖະບານໂມນໂດວາແມ່ນໃຫ້ປະຊາຊົນຢູ່ເຢັນເປັນສຸກ, ໂມນໂດວາເປັນໜຶ່ງໃນວົງຄະນາຍາດເອີຣົບ.

ວັນທີ 23 ມິຖຸນານີ້, ສະພາມົນຕີເອີຣົບໄດ້ຕັດສິນວ່າ, ໄດ້ເຫັນດີຕໍ່ຂໍ້ສະເໜີຂອງຄະນະກຳມະການສະຫະພາບເອີຣົບ ທີ່ຈະໃຫ້ອູແກຣນ ແລະ ໂມນໂດວາກາຍເປັນປະເທດສະມາຊິກສຳຮອງຂອງສະຫະພາບເອີຣົບ.