IMF ປັບການຄາດຄະເນຕໍ່ຈັງຫວະເຕີບໂຕທາງ GDP ຂອງອາເມຣິກາໃນປີ 2022 ໃຫ້ຕ່ຳລົງ

2022-06-25 11:12:55 CRI

    ວັນທີ 24 ມິຖຸນານີ້, ອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ປັບການຄາດຄະເນຕໍ່ຈັງຫວະເຕີບໂຕທາງເສດຖະກິດຂອງອາເມຣິກາໃຫ້ຕ່ຳລົງ. ໃນເວລາປະເມີນຕໍ່ນະໂຍບາຍເສດຖະກິດຂອງອາເມຣິກາ, ອົງການ IMF ໄດ້ປັບການຄາດຄະເນຕໍ່ຈັງຫວະເຕີບໂຕທາງ GDP ຂອງອາເມຣິກາປີ 2022 ຈາກ 3,7%ໃນເດືອນເມສາ ລົງໄປຮອດ 2,9%. ສຳລັບປີ 2023, ໄດ້ປັບຈາກ 2,3% ລົງໄປຮອດ 1,7%. ສ່ວນປີ 2024 ໄດ້ປັບຕ່ຳລົງຮອດ 0,8%.



     ທ່ານນາງຄຼິສຕາລີນາ ແກວກີເຢວາ ຜູ້ອຳນວຍການໃຫຍ່ອົງການ IMF ກ່າວວ່າ, ຄຽງຄູ່ກັບໄພເງິນເຟີ້ຖີບໂຕສູງຂຶ້ນຢ່າງວ່ອງໄວ ແລະ ສະຫະພັນຄັງສຳຮອງເງິນຕາຂອງອາເມຣີິກາ ຫຼືFED  ຍົກສູງດອກເບ້ຍ, ຄວາມສ່ຽງທີ່ເສດຖະກິດອາເມຣິກາຊຸດໂຊມລົງນັ້ນໄດ້ເພີ່ມຂຶ້ນ.ທ່ານນາງແກວກີເຢວາເຫັນວ່າ, ການຮັບມືກັບໄພເງິນເຟີ້ແມ່ນໜ້າທີ່ສຳຄັນທີ່ສຸດລັດຖະບານອາເມຣິກາ.