ຜູ້ຕາງໜ້າຈີນໄດ້ທວງໃຫ້ອາເມຣິກາແລະປະເທດຕາເວັນຕົກຍົກເລີກມາດຕະການບີບບັງຄັບແຕ່ຝ່າຍດຽວໃນທັນທີໃນສະພາສິດທິມະນຸດ

2022-06-25 10:36:25 CRI

ວັນທີ 24 ມິຖຸນານີ້ຕາມເວລາທ້ອງຖິ່ນ, ຜູ້ຕາງໜ້າຖາວອນຈີນໄດ້ປະກອບຄຳເຫັນໃນການສົນທະນາກັບຜູ້ຊ່ຽວຊານອິດສະຫຼະກ່ຽບກັບບັນຫາສິດທິມະນຸດແລະຄວາມສາມັກຄີສາກົນໃນກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດຄັ້ງທີ 50 ໂດຍໄດ້ທວງໃຫ້ອາເມຣິກາແລະປະເທດຕາເວັນຕົກອື່ນໆຍົກເລີກມາດຕະການບີບບັງຄັບແຕ່ຝ່າຍດຽວໃນທັນທີ ແລະ ຢຸດຕິການລ່ວງລ້ຳສິດທິມະນຸດຂອງປະຊາຊົນປະເທດອື່ນ.

ຜູ້ຕາງໜ້າຖາວອນຂອງຈີນກ່າວວ່າ, ຝ່າຍຈີນສະແດງຄວາມຊົມເຊີຍຕໍ່ຜູ້ຊ່ຽວຊານອິດສະຫຼະກ່ຽວກັບບັນຫາສິດທິມະນຸດແລະຄວາມສາມັກຄີສາກົນທີ່ໄດ້ຊີ້ອອກໃນບົດລາຍງານວ່າ, ຄວນຕິດຕາມການກະທຳລ່ວງລ້ຳສິດທິມະນຸດແລະທຳລາຍສິ່ງແວດລ້ອມຢູ່ປະເທດພວມພັດທະນາຂອງບໍລິສັດຂ້າມຊາດ, ມີສະຕິລະວັງຕົວຕໍ່ປະເທດທຶນນິຍົມທີ່ທັນສະໄໝ “ຊຸກຍູ້ວາລະລ່າເມືອງຂຶ້ນໃໝ່” ດ້ວຍສິດທິກົດໝາຍຢູ່ຕ່າງປະເທດ. ຈີນສະໜັບສະໜູນໃຫ້ຜູ້ຊ່ຽວຊານອິດສະຫຼະຮຽກຮ້ອງໃຫ້ປະເທດຕ່າງໆຫຼີກເວັ້ນການປະຕິບັດມາດຕະການບີບບັງຄັບແຕ່ຝ່າຍດຽວ.

ຜູ້ຕາງໜ້າຈີນກ່າວຕື່ມວ່າ, ມາດຕະການບີບບັງຄັບແຕ່ຝ່າຍດຽວລະເມີດວັດຖຸປະສົງແລະຫຼັກການຂອງກົດບັດອົງການສະຫະປະຊາຊາດ, ລະເມີດຫຼັກມາດຕະຖານພື້ນຖານຂອງກົດໝາຍສາກົນແລະການພົວພັນສາກົນ. ອາເມຣິກາແລະປະເທດຕາເວັນຕົກໄດ້ໃຊ້ມາດຕະການບີບບັງຄັບແຕ່ຝ່າຍດຽວຕໍ່ປະເທດພວມພັດທະນາ ເຊິ່ງໄດ້ສະກັດກັ້ນການພັດທະນາເສດຖະກິດສັງຄົມແລະຄວາມພະຍາຍາມໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ໄດ້ທຳລາຍສິດຢູ່ລອດ, ສິດພັດທະນາ, ສິດສຸຂະພາບ ແລະ ສິດທິມະນຸດພື້ນຖານອື່ນໆຂອງປະຊາຊົນໃນປະເທດທີ່ໄດ້ຮັບຜົນກະທົບ, ຈີນສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ເລື່ອງນີ້ ແລະ ທວງໃຫ້ອາເມຣິກາແລະປະເທດຕາເວັນຕົກອື່ນໆຍົກເລີກມາດຕະການບີບບັງຄັບແຕ່ຝ່າຍດຽວໃນທັນທີ ແລະ ຢຸດຕິການລ່ວງລ້ຳສິດທິມະນຸດຂອງປະຊາຊົນປະເທດອື່ນ.