ອູແກຣນກ່າວວ່າ:ເກືອບບໍ່ມີຄວາມເປັນໄປໄດ້ທີ່ປະເທດຕົນເຂົ້າເປັນສະມາຊິກສະຫະພາບເອີລົບກ່ອນປີ 2029

2022-06-25 11:22:39 CRI



   ວັນທີ 24 ມິຖຸນານີ້, ຂ່າວສານສະປຸດນິກຂອງຣັດເຊຍລາຍງານວ່າ, ທ່ານນາງນາຕາເລຍ ໂຟຊອກ ຫົວໜ້າຫ້ອງການລັດຖະບານປະສານງານກ່ຽວກັບບັນຫາເອີລົບ ແລະ ມະຫາສະໝຸດອັດລັງຕິກເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນຂອງອູແກຣນກ່າວວ່າ,ອູແກຣນຄາດວ່າຈະເຂົ້າເປັນສະມາຊິກສະຫະພາບເອີລົບໃນປີ 2029. ກ່ອນໜ້ານີ້, ຍ້ອນຕ້ອງຮັບຮອງ ແລະ ປະຕິບັດກົດໝາຍຈຳນວນຫຼວງຫຼາຍ, ສະນັ້ນ ເກືອບບໍ່ມີຄວາມເປັນໄປໄດ້ທີ່ຈະເຂົ້າເປັນສະມາຊິກສະຫະພາບເອີລົບ.


ທ່ານນາງໂຟຊອກຊີ້ອອກວ່າ, ຂະບວນການເຈລະຈາກ່ຽວກັບອູແກຣນເຂົ້າເປັນສະມາຊິກສະຫະພາບເອີລົບຄາດວ່າຈະເລີ່ມແຕ່ຕົ້ນປີ 2023.