ຣັດເຊຍໄດ້ກຽມພ້ອມແລ້ວ ເພື່ອຮັບມືກັບສະພາບຂີ້ຮ້າຍທີ່ສຸດທີ່ລີຕົວນີຈຳກັດການຂົນສົ່ງວັດຖຸຂ້າມຜ່ານປະເທດຕົນ

2022-06-25 10:35:39 CRI

ວັນທີ 24 ມິຖຸນານີ້ຕາມເວລາທ້ອງຖິ່ນ, ຂ່າວສານຕາສຂອງຣັດເຊຍລາຍງານວ່າ, ໂດຍແນໃສ່ລີຕົວນີຈຳກັດຣັດເຊຍຂົນສົ່ງວັດຖຸໄປເຖິງລັດກາລີນິນກຣັດ ໂດຍຜ່ານດິນແດນລີຕົວນີ, ທ່ານດິມິຕຣີ ເປສຄົຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ, ຣັດເຊຍໄດ້ສະແດງທ່າທີຢ່າງຈະແຈ້ງຕໍ່ລີຕົວນີໂດຍຜ່ານຊ່ອງທາງທາງການທູດແລ້ວ, ນັ້ນກໍຄື ຣັດເຊຍຍຶດໝັ້ນຫຼັກໝັ້ນທີ່ເດັດດ່ຽວ ແຕ່ຈະບໍ່ໃຊ້ມາດຕະການຕອບໂຕ້ຢ່າງຟ້າວຟັ່ງ.

ທ່ານດິມີຕຣີ ເປສຄົຟກ່າວຕື່ມວ່າ, ຈະບໍ່ປັດປ່າຍຄວາມອາດເປັນໄປໄດ້ ທີ່ລີຕົວລີຍົກເລີກການຈຳກັດການຂົນສົ່ງວັດຖຸຜ່ານດິນແດນລີຕົວນີ, ແຕ່ຣັດເຊຍໄດ້ກຽມພ້ອມແລ້ວຕໍ່ສະພາບຂີ້ຮ້າຍທີ່ສຸດ ໃນຂະນະທີ່ຫວັງໃຫ້ສະພາບການຫັນປ່ຽນໄປສູ່ທິດທາງທີ່ດີ.