ຫຼາຍທ້ອງຖິ່ນຂອງອາເມຣິກາເກີດການປະທ້ວງພາຍຫຼັງສານສູງສຸດບໍ່ຮັບຮອງເອົາຄຳຕັດສິນຂອງຄະດີກ່ຽວກັບສິດທິແທ້ງລູກ

2022-06-26 15:39:09 cri

ຫຼັງຈາກສານສູງສຸດສະຫະລັດອາເມຣິກາໄດ້ປະຕິເສດບໍ່ຮັບຮອງເອົາຄຳຕັດສິນຂອງຄະດີ “ໂຣສູ້ກັບເວດ” ທີ່ເປັນຄະດີກ່ຽວກັບສິດທິແທ້ງລູກແລ້ວ, ຢູ່ຫຼາຍທ້ອງຖິ່ນຂອງອາເມຣິກາ ເຊັ່ນ: ນະຄອນຫຼວງວໍຊີງຕັນ, ນະຄອນລອສ ແອັງເຈີລິສ, ນະຄອນຊິກາໂກ, ນະຄອນຟີລາເດນເຟຍ, ນະຄອນນິວຢອກ ແລະອື່ນໆ ໄດ້ເກີດການປະທ້ວງ.

ຕາມ CNN ຂອງອາເມຣິກາລາຍງານວ່າ: ຢູ່ທ້ອງຖິ່ນຕ່າງໆຂອງອາເມຣິກາໄດ້ວາງແຜນຈະຈັດການປະທ້ວງຢ່າງໜ້ອຍ 70 ຄັ້ງ. ຢູ່ນະຄອນລອສ ແອັງເຈີລິສ, ໄດ້ເກີດການປະທະກັນລະຫວ່າງເຈົ້າໜ້າທີ່ຕຳຫຼວດກັບຜູ້ປະທ້ວງ.

ຕາມສື່ມວນຊົນຂອງນະຄອນລອສ ແອັງເຈີລິສ ລາຍງານວ່າ: ການແຫ່ຂະບວນປະທ້ວງຢູ່ນະຄອນລອສ ແອັງເຈີລິສ ໄດ້ຈັດຂຶ້ນເລີ່ມແຕ່ເວລາ 13 ໂມງຂອງວັນທີ 24 ມິຖຸນານີ້ ໂດຍມີຜູ້ປະທ້ວງຫຼາຍຮ້ອຍຄົນເຂົ້າຮ່ວມ ເຊິ່ງໄດ້ເຮັດໃຫ້ຖະໜົນຫົນທາງຈຳນວນໜຶ່ງຖືກປິດຍ້ອນການປະທ້ວງ.