ປະທານາທິບໍດີອາເມຣິກາລົງນາມໃນຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງຂອງເຂດຊຸມຊົນເພື່ອຮັບມືກັບບັນຫາອາວຸດປືນ

2022-06-26 15:16:20 cri



ວັນທີ 25 ມິຖຸນານີ້, ຢູ່ທຳນຽບປະທານາທິບໍດີອາເມຣິກາ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ໄດ້ລົງນາມໃນຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງຂອງເຂດຊຸມຊົນເພື່ອຮັບມືກັບບັນຫາການໃຊ້ຄວາມຮຸນແຮງດ້ວຍອາວຸດປືນຢ່າງໜັກໜ່ວງຢູ່ອາເມຣິກາ.

  ເນື້ອໃນຕົ້ນຕໍຂອງຮ່າງກົດໝາຍສະບັບນີ້ລວມມີການກວດສອບຊີວະປະຫວັດຂອງຜູ້ຊື້ປືນທີ່ມີອາຍຸລະຫວ່າງ 18ປີ ຫາ 21 ປີ, ກຳນົດເອົາບາງການກະທຳໃນ ການຊື້ປືນຢ່າງຜິດກົດລະບຽບໃຫ້ເປັນໂທດໜັກທີ່ສຸດຄືການກະທຳຜິດກົດໝາຍສະຫະລັດ,ສະໜອງງົບປະມານໃຫ້ໂຄງການປ້ອງກັນຄວາມຮຸນແຮງດ້ວຍອາວຸດ ປືນພ້ອມດ້ວຍໂຄງການປິ່ນປົວສຸຂະພາບຈິດແລະອື່ນໆ. ອີງຕາມຂໍ້ມູນສະຖິຕິ ຈາກເວັບໄຊ “ສຳເນົາເອກະສານກ່ຽວກັບການໃຊ້ຄວາມຮຸນແຮງດ້ວຍອາ ວຸດປືນ”ຂອງອາເມຣິກາໃຫ້ຮູ້ວ່າ: ປີ2022ນີ້, ອາເມຣິກາມີຜູ້ເສຍຊີວິດຫຼາຍກວ່າ 21.000 ຄົນຈາກເຫດການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ.