ອົງການອະນາໄມໂລກຢືນຢັນວ່າ ສະພາບການລະບາດຂອງພະຍາດໝາກສຸກລີງຈະບໍ່ເປັນ “ເຫດການສຸກເສີນດ້ານສາທາລະນະສຸກທີ່ສາກົນຕ້ອງເອົາໃຈໃສ່” ເປັນການຊົ່ວຄາວ

2022-06-26 15:10:28 cri



ວັນທີ 25 ມິຖຸນານີ້, ອົງການອະນາໄມໂລກໄດ້ຢືນຢັນວ່າ, ສະພາບ ການລະບາດຂອງພະຍາດໝາກສຸກລີງໃນ 50 ກວ່າປະເທດ ແລະເຂດແຄວ້ນ ໃນໄລຍະມໍ່ໆມານີ້ ຈະບໍ່ເປັນ “ເຫດການສຸກເສີນດ້ານສາທາລະນະສຸກ ທີ່ສາກົນຕ້ອງເອົາໃຈໃສ່” ເປັນການຊົ່ວຄາວ.

 ວັນທີ 23 ມິຖຸນານີ້, ຄະນະກຳມະການສຸກເສີນຂອງອົງການ ອະນາໄມໂລກໄດ້ຈັດກອງປະຊຸມກ່ຽວກັບສະພາບການລະບາດຂອງພະຍາດໝາກສຸກລີງທີ່ເກີດຂຶ້ນຢູ່ຫຼາຍປະເທດ, ແລະໃນວັນທີ 25 ມີຖຸນານີ້ໄດ້ອອກ ບົດລາຍງານສະບັບໜຶ່ງໂດຍສະເໜີໃຫ້ທ່ານເຕໂດຣສ ກີບຣີເຢຊຸສ ຜູ້ອຳນວຍ ການໃຫຍ່ອົງການອະນາໄມໂລກບໍ່ກຳນົດເອົາການລະບາດຂອງພະຍາດໝາກສຸກລີງເປັນ“ເຫດການສຸກເສີນດ້ານສາທາລະນະສຸກທີ່ສາກົນຕ້ອງເອົາໃຈໃສ່” ເປັນ ການຊົ່ວຄາວ.

ໃນຖະແຫຼງການສະບັບໜຶ່ງທີ່ປະກາດໃນວັນທີ 25 ມີຖຸນານີ້, ທ່ານເຕໂດຣສກ່າວຢືນຢັນວ່າ: ຄະນະກຳມະການສຸກເສີນໄດ້ຈັດ ກອງປະຊຸມ ກ່ຽວກັບສະພາບພະຍາດໝາກສຸກລີງລະບາດ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ນັບມື້ຫຼາຍຂຶ້ນຕໍ່ການລະບາດຂອງພະຍາດໝາກສຸກລີງຢູ່ປະເທດຕ່າງໆ. ໃນຕໍ່ໜ້າ, ຄະນະກຳມະການ ດັ່ງກ່າວຈະຈັດກອງປະຊຸມປະເມີນຜົນ ຕໍ່ສະພາບການລະບາດຂອງພະຍາດນີ້ອີກຄັ້ງໜຶ່ງ.

ທ່ານເຕໂດຣສຍັງໄດ້ເລັ່ງທວງໃຫ້ບັນດາປະເທດເພີ່ມທະວີການຕິດຕາມສະ ພາບການລະບາດຂອງພະຍາດໝາກສຸກລີງ, ປັບປຸງການກວດກາ ແລະບົ່ງມະຕິພະຍາດ, ການມີສ່ວນຮ່ວມຂອງເຂດຊຸມຊົນແລະລະດັບການແລກປ່ຽນຄວາມ ເຫັນກ່ຽວກັບຄວາມສ່ຽງ ພ້ອມທັງນຳໃຊ້ມາດຕະການສາທາລະນະສຸກຕ່າງໆເຊັ່ນ: ວິທີການປິ່ນປົວ, ການສັກວັກຊີນ, ຕິດຕາມການເຄື່ອນໄຫວຂອງຜູ້ຕິດເຊື້ອ, ການກັກບໍລິເວນແລະມາດຕະການອື່ນໆຢ່າງເໝາະສົມ. ທ່ານຍັງຮຽກຮ້ອງ ໃຫ້ສະມາຊິກອົງການອະນາໄມໂລກຈົ່ງດຳເນີນການ ຮ່ວມມືແລະແບ່ງປັນຂໍ້ມູນ ຂ່າວສານນຳກັນ, ພ້ອມທັງຕິດຕໍ່ພົວພັນກັບເຂດຊຸມຊົນທີ່ໄດ້ຮັບຜົນກະທົບຈາກພະຍາດລະບາດ ເພື່ອເຜີຍແຜ່ມາດຕະການປ້ອງກັນພະຍາດໃຫ້ເຂົ້າເຖິງເຂດຊຸມຊົນຢ່າງວ່ອງໄວແລະມີປະສິດທິຜົນ.