ນັກວິຊາການຊຳບີ: ການບັນລຸຄວາມເປັນເອກະພາບກັນໃນສາກົນເພື່ອຮ່ວມຊຸກຍູ້ການພັດທະນາແມ່ນສຳຄັນທີ່ສຸດ

2022-06-26 13:44:28 ​ຊີ​ອາ​ໄອ

ຕອນຄ່ຳວັນທີ 24 ມິຖຸນານີ້ ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນໄດ້ເປັນປະທານໄຂກອງປະຊຸມສົນທະນາລະດັບສູງກ່ຽວກັບການພັດທະນາທົ່ວໂລກດ້ວຍຮູບແບບທາງອອນລາຍ, ທ່ານໄດ້ກ່າວສູນທອດພົດທີ່ມີຫົວຂໍ້ວ່າ: ສ້າງການພົວພັນຄູ່ຮ່ວມມືທີ່ມີຄຸນນະພາບສູງ ຮ່ວມກັນສ້າງຍຸກໃໝ່ໃຫ້ທົ່ວໂລກພັດທະນາດ້ວຍກັນ. ໃນເວລາໃຫ້ສຳພາດຕໍ່ນັກຂ່າວສະຖານີວິທະຍຸໂທລະພາບສູນກາງຈີນ, ທ່ານຄຳພຳບາ ຊູລາ ນັກເສດຖະສາດຊຳບີກ່າວວ່າ, ທ່ານເຫັນດີເຫັນພ້ອມກ່ຽວກັບທັດສະນະຂອງທ່ານປະທານສີຈິິ້ນຜິງທີ່ກ່າວໃນສູນທອນພົດທີ່ວ່າ ຕ້ອງບັນລຸຄວາມເປັນເອກະພາບກັນໃນສາກົນ ເພື່ອຮ່ວມຊຸກຍູ້ການພັດທະນາ.

ທ່ານຄຳພຳບາ ຊຸລາກ່າວວ່າ, ໂລກໃນຍຸກນີ້ມີບັນຫາການເມືອງທາງພູມີພາກທີ່ຕ່າງກັນ ແລະມີຜົນປະໂຫຍດທີ່ຕ່າງກັນ, ສະນັ້ນ ໃນທັດສະນະຂອງທ່ານປະທານສີຈິ້ນຜິງ ແມ່ນສົ່ງເສີມໃຫ້ແກ້ໄຂຄວາມຂັດແຍ້ງກັນໂດຍຜ່ານການສົນທະນາກັນແບບເປີດກວ້າງ. ຂ້າພະເຈົ້າເຫັນວ່າການພັດທນະຂອງທົ່ວໂລກຕ້ອງການທຸກປະເທດກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນ ໂດຍສະເພາະແມ່ນຕ້ອງເປັນເອກະພາບກັນດັ່ງກ່າວນີ້ກັບເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ, ມີແຕ່ເປັນແນວນີ້ ປະເທດທີ່ຕ່າງກັນຈິ່ງສາມາດຮ່ວມມືກັນພ້ອມກັນພັດທະນາ.