ເອກອັກຄະລັດຖະທູດລາວປະຈຳຈີນເຂົ້າຢ້ຽມຂໍ່ານັບຫົວໜ້າ ຄຕພ ຈີນ

2022-06-26 11:18:03 ​ຊີ​ອາ​ໄອ

ໃນວັນທີ 24 ມິຖຸຸນາ 2022 ທີ່ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ທີ່ປັກກິ່ງ, ສປ ຈີນ, ສະຫາຍ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ  ແຫ່ງ ສປປ ລາວ ປະຈຳ ສປ ຈີນ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນ ສະຫາຍ ລິວຈຽນຊາວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນຜູ້ໃໝ່. ສອງຝ່າຍຕີລາຄາສູງຕໍ່ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຈີນໃນໄລຍະຜ່ານມາ ກໍ່ຄືໃນປັດຈຸບັນ, ການຮ່ວມມືທີ່ພົ້ນເດັ່ນລະຫວ່າງສອງປະເທດ ລາວ ແລະ ຈີນ ທີ່ໄດ້ນໍາເອົາຜົນປະໂຫຍດມາສູ່ສອງປະເທດ ກໍ່ຄືປະຊາຊົນສອງຊາດ ລາວແລະ ຈີນ, ເປັນຕົ້ນ: ໂຄງການລົດໄຟລາວ-ຈີນ, ໂຄງການແລວເສດຖະກິດລາວ-ຈີນ ແລະ ອື່ນໆ, ໂດຍສະເພາະແມ່ນໂຄງການລົດໄຟລາວ-ຈີນ, ຊຶ່ງໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ໂດຍເປັນກຽດກົດປຸ່ມຂະບວນລົດໄຟທໍາອິດຂອງສອງສະຫາຍ ເລຂາທິການໃຫຍ່ຂອງພັກລາວ-ຈີນ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ສີຈິ້ນຜິງ. ໂຄງການດັ່ງກ່າວນີ້ ເປັນໂຄງການແຫ່ງສັນຍາລັກມິດຕະພາບລາວ-ຈີນ, ເປັນການ ເຊື່ອມໂຍງແຜນຍຸດທະສາດການຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນ ປະເທດເຊື່ອມຈອດໃນພາກພື້ນ ແລະ ອະນຸພາກພື້ນ ຂອງ ສປປ ລາວ ແລະ ເປັນການສະໜັບສະໜູນຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ຂອງ ສປ ຈີນ. ສອງຝ່າຍ ຈະສືບຕໍ່ສົ່ງເສີມສາຍພົວພັນລະຫວ່າງສອງປະເທດລາວ-ຈີນໃຫ້ໄດ້ຮັບການພັດທະນາແລະ ມີໝາກຜົນອັນໃຫຍ່ຫຼວງໃນທຸກລະດັບ ແລະ ທຸກວຽກງານ, ໂດຍສະເພາະແມ່ນສາຍພັກ, ຊຶ່ງທັງສອງພັກລາວ ແລະ ຈີນ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສ້າງສາພັດທະນາປະເທດຊາດໃນປັດຈຸບັນຢ່າງສະເໝີຕົ້ນສະເໝີປາຍ.