ນະຄອນຫຼວງກີແອັບ ແລະ ລັດກີແອັບຂອງອູແກຣນຖືກໂຈມຕີດ້ວຍລູກສອນໄຟນຳວິຖີປະມານ 14 ລູກ

2022-06-27 11:56:28 CRI


    ວັນທີ 26 ມິຖຸນານີ້, ອູແກຣນແຈ້ງຂ່າວວ່າ, ນະຄອນຫຼວງກີແອັບ ແລະ ລັດກີແອັບຂອງອູແກຣນໄດ້ຖືກໂຈມຕີດ້ວຍລູກສອນໄຟນຳວິຖີປະມານ 14 ລູກ.


    ສື່ມວນຊົນອູແກຣນລາຍງານວ່າ, ທ່ານວິຕາລີ ຄຼິສໂກ ເຈົ້າຄອງນະຄອນຫຼວງກີແອັບກ່າວວ່າ, ປັດຈຸບັນ, ເຈົ້າໜ້າທີ່ດັບເພີງ ແລະ ລົດພະຍາບານໄດ້ໄປບ່ອນເກີດເຫດແລະກູ້ໄພແລ້ວ, ບ່ອນເກີດການລະເບີດແມ່ນຢູ່ເມືອງເຊຟຊິນກິຟສະກີ່ໃຈກາງນະຄອນຫຼວງກີແອັບ.