ທ່ານສີຈີ້ນຜິງ ກັບ ທ່ານອາລີ ປະທານາທິບໍດີກຸຍຢານສົ່ງໂທລະເລກອວຍພອນເຊິ່ງກັນແລະກັນເພື່ອສະຫຼອງໂອກາດຈີນ ກັບ ກຸຍຢານສ້າງສາຍພົວພັນທາງການທູດຄົບຮອບ 50 ປີ

2022-06-27 16:27:39 CRI

    ວັນທີ 27 ມິຖຸນານີ້, ທ່ານສີຈີ້ນຜິງ ປະທານປະເທດສ.ປ.ຈີນ ກັບ ທ່ານມູຮາເມັດ ອີຟານ ອາລີ ປະທານາທິບໍດີສາທາລະນະລັດຮ່ວມມືກຸຍຢານໄດ້ສົ່ງໂທລະເລກອວຍພອນເຊິ່ງກັນແລະກັນ ເພື່ອສະຫຼອງສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 50 ປີ.


    ທ່ານສີຈີ້ນຜິງຊີ້ອອກວ່າ, ນັບແຕ່ສ້າງສາຍພົວພັນທາງການທູດມາເປັນເວລາ 50 ປີ, ການພົວພັນລະຫວ່າງຈີນ ກັບ ກຸຍຢານໄດ້ຂະຫຍາຍຕົວຢ່າງຫຼວງຫຼາຍ, ຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງ, ການຮ່ວມມືແບບຕິດແທດຕົວຈິງໄດ້ຮັບຜົນງານຢ່າງເດັ່ນຊັດ. ນັບແຕ່ພະຍາດໂຄວິດ-19 ແຜ່ລະບາດເປັນຕົ້ນມາ, ປະຊາຊົນສອງປະເທດໄດ້ຮ່ວມຈິດຮ່ວມໃຈ ຊ່ວຍເຫຼືອເຊິ່ງກັນແລະກັນ, ໄດ້ເປີດໂສມໜ້າໃໝ່ສຳລັບມິດຕະພາບລະຫວ່າງຈີນ ກັບ ກຸຍຢານ. ຂ້າພະເຈົ້າໃຫ້ຄວາມສຳຄັນຕໍ່ການຂະຫຍາຍການພົວພັນຈີນ ກັບ ກຸຍຢານໃນລະດັບສູງ, ຍິນດີຮ່ວມກັບທ່ານປະທານາທິບໍດີອາລີ, ຖືສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 50 ປີເປັນໂອກາດ ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ ແລະ ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດ.


     ທ່ານມູຮາເມດ ອີຟານ ອາລີກ່າວວ່າ, ກຸຍຢານເປັນປະເທດທຳອິດໃນບັນດາປະເທດທີ່ໃຊ້ພາສາອັງກິດໃນເຂດກາຮາອິບທີ່ໄດ້ສ້າງສາຍພົວພັນທາງການທູດກັບສ.ປ.ຈີນ, ເດັດດ່ຽວປະຕິບັດນະໂຍບາຍປະເທດຈີນດຽວ. 50 ປີຜ່ານມານີ້, ສອງປະເທດແມ່ນເຄົາລົບເຊິ່ງກັນແລະກັນ,ມີຄວາມສະເໝີພາບກັນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດມາໂດຍຕະຫຼອດ,ການພົວພັນໄມຕີຈິດອັນເປັນມູນເຊື້ອໄດ້ທົນຕໍ່ການທົດສອບຂອງການເວລາ.ກຸຍຢານຍິນດີຖືສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 50 ປີເປັນໂອກາດ ເພື່ອລົງເລິກມິດຕະພາບລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.