ປະທານຄະນະກຳມະການສະຫະພາບເອີລົບກ່າວວ່າ:ບໍ່ຫວັງຈະປັດເຂ່ຍທ່ານປູຕິນອອກຈາກກອງປະຊຸມສຸດຍອດ G20

2022-06-27 14:52:21 CRI

    ວັນທີ 26 ມິຖຸນານີ້, ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນເຢັຍລະມັນ, ທ່ານນາງອູຊູລາ ວອນເດີເລເອນ ປະທານຄະນະກຳມະການສະຫະພາບເອີລົບກ່າວ
ວ່າ, ບໍ່ຫວັງຈະປັດເຂ່ຍທ່ານວາລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍອອກຈາກກອງປະຊຸມສຸດຍອດ G20 ທີ່ຈະຈັດຂຶ້ນໃນເດືອນພະຈິກປີນີ້ຢູ່ອິນໂດເນເຊຍ.


    ທ່ານນາງກ່າວວ່າ: “ຂ້າພະເຈົ້າເຫັນວ່າ, ຖ້າທ່ານປູຕິນຈະເຂົ້າຮ່ວມກອງປະຊຸມຢ່າງແທ້ຈິງ, ພວກເຮົາສາມາດບອກໃຫ້ຮູ້ແນວຄິດຂອງພວກເຮົາແບບເຊິ່ງກັນ, ແລ້ວກໍ່ໃຫ້ເພິ່ນສະແດງທ່າທີຂອງຕົນ, ເຮັດແນວນີ້ຈະດີກວ່າ.” ແຕ່ທ່ານນາງເວົ້າວ່າ, ຈະບໍ່ສາມາດໄປມາຫາສູ່ກັບທ່ານປູຕິນໄດ້ຄືເກົ່າອີກແລ້ວ.


    ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານນາງວອນເດີເລເອນກ່າວເນັ້ນອີກວ່າ,ຖ້າອູແກຣນຕ້ອງການ, ກໍ່ຄວນສະໜອງການຊ່ວຍເຫຼືອໃຫ້ອູແກຣນຢ່າງຕໍ່ເນື່ອງ, ເຖິງຕ້ອງໃຊ້ເວລາຫຼາຍປີ ແລະ ຕ້ອງການເງິນເອີໂຣຈຳນວນຫຼາຍຕື້ກໍ່ຕາມ.