ຢູ່ແອັສປາຍມີຫຼາຍໝື່ນຄົນເຂົ້າຮ່ວມການເຄື່ອນໄຫວແຫ່ຂະບວນສະແດງກຳລັງຕໍ່ຕ້ານນາໂຕ

2022-06-27 15:08:04 cri


   ກອງປະຊຸມສຸດຍອດກຸ່ມນາໂຕຈະຈັດຂຶ້ນຢູ່ນະຄອນຫຼວງມາດຣິດຂອງແອັສປາຍແຕ່ວັນທີ 29-30ມິຖຸນານີ້. ໃນວັນທີ26ມິຖຸນານີ້,ປະຊາຊົນຫຼາຍໝື່ນຄົນໄດ້ເຂົ້າຮ່ວມການເຄື່ອນໄຫວແຫ່ຂະບວນສະແດງກຳລັງຂະໜາດໃຫຍ່ເພື່ອ “ຄັດຄ້ານນາໂຕ,ສະໜັບສະໜູນສັນຕິພາບ” ຢູ່ໃຈກາງນະຄອນຫຼວງມາດຣິດ.

   ຜູ້ສະແດງກຳລັງຫຼາຍຄົນໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ນາໂຕແລະອາເມຣິກາແມ່ນຝ່າຍ ແບກຫາບໜ້າທີ່ຮັບຜິດຊອບອັນດັບທີໜຶ່ງຕໍ່ເຫດການຕ່າງໆເຊັ່ນ ການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ນາໂຕເປັນໄພຂົ່ມຂູ່ທີ່ໜັກໜ່ວງຕໍ່ສັນຕິພາບຂອງໂລກ.

   ຜູ້ສະແດງກຳລັງລວມທັງປະຊາຊົນທີ່ມາຈາກແຫ່ງຕ່າງໆຂອງແອສປາຍ,ເຂົາເຈົ້າໄດ້ເດີນທາງມາເຂົ້າຮ່ວມກິດຈະກຳແຫ່ປະທ້ວງເພື່ອຄັດຄ້ານນາໂຕເທື່ອນີ້,ຈຸດປະສົງແມ່ນເພື່ອຄັດຄ້ານແອັສປາຍເນເຈົ້າພາບຈັດກອງປະຊຸມສຸດຍອດນາໂຕຄັ້ງນີ້.