ກຸ່ມ G7 ໃຫ້ຄຳໝັ້ນສັນຍາຈະສະໜອງການຊ່ວຍເຫຼືອ 28 ຕື້ເອີໂຣໃຫ້ແກ່ອູແກຣນ

2022-06-28 13:12:56 CRI


    ວັນທີ 27 ມິຖຸນານີ້, ກອງປະຊຸມສຸດຍອດກຸ່ມ G7 ໄດ້ອອກຖະແຫຼງການໂດຍປະກາດວ່າ, ຈະສະໜອງເງິນ 28 ຕື້ເອີໂຣເພື່ອຊ່ວຍເຫຼືອອູແກຣນໃນດ້ານຕ່າງໆ ເຊັ່ນ:ການເງິນ, ການທະຫານ, ການຕ່າງປະເທດ ແລະ ິສິດທິມະນຸດເປັນຕົ້ນ.


    ອີງຕາມຖະແຫຼງການ, ກຸ່ມ G7 ຈະສືບຕໍ່ປະສານງານທຳຄວາມພະຍາຍາມ, ຕອບສະໜອງຄວາມຕ້ອງການອັນຮີບດ່ວນຂອງອູແກຣນໃນດ້ານການທະຫານ ແລະ ເຄື່ອງອຸປະກອນປ້ອງກັນປະເທດ. ພ້ອມກັນນັ້ນ, ກຸ່ມ G7 ຍັງຈະສະໜັບສະໜູນອູແກຣນໃຫ້ຜະລິດ ແລະ ສົ່ງອອກທັນຍາຫານ, ນ້ຳມັນເຊື້ອໄຟ ແລະ ຜະລິດຕະພັນກະສິກຳອື່ນໆ ເພື່ອຊຸກຍູ້ຄວາມໝັ້ນຄົງດ້ານທັນຍາຫານຂອງໂລກ ແລະ ແກ້ໄຂວິກິດການທີ່ກ່ຽວຂ້ອງ.