ວົງການຕ່າງໆຂອງຮົງກົງພ້ອມກັບຊາວເມືອງສະຫຼອງວັນລະນຶກຮົງກົງກັບຄືນສູ່ປະເທດຊາດດ້ວຍຮູບການຕ່າງໆ

2022-06-28 15:30:33 cri


   ເພື່ອສະເຫຼີມສະຫຼອງວັນລະນຶກຮົງກົງກັບຄືນສູ່ປະເທດຊາດຄົບຮອບ25ປີ, ວົງການຕ່າງໆຂອງຮົງກົງໄດ້ຈັດກິດຈະກຳຕ່າງໆໃນຫຼາຍມື້ຜ່ານມາ,ຢູ່ແຫ່ງຕ່າງໆຂອງຮົງກົງສາມາດໄດ້ເຫັນຈຸດທ່ອງທ່ຽວ,ການສະແດງແສງໄຟLED,ຄຳຂວັນອວຍພອນ,ທຸງຊາດຈີນແລະທຸງເຂດຮົງກົງເພື່ອສະເຫຼີມສະຫຼອງວັນລະນຶກຮົງກົງກັບຄືນສູ່ປະເທດຊາດ,ເຮັດໃຫ້ປະຊາຊົນທັງຫຼາຍສຳຜັດໄດ້ກັບບັນຍາກາດມ່ວນຊື່ນ.

   ນອກນີ້ແລ້ວ,ຢູ່ຕາມຖະໜົນຫົນທາງ,ຍັງສາມາດເຫັນລົດເມແລະລົດເມໄຟຟ້າຫຼາຍຄັນໄດ້ ຂຽນຄຳຂວັນຕິດລົດວ່າ“ສະເຫຼີມສະຫຼອງວັນລະນຶກຮົງກົງກັບຄືນສູ່ປະເທດຊາດຄົບຮອບ 25 ປີ ຢ່າງຟົດຟື້ນ” ແລະ “ຮ່ວມຈິດຮ່ວມໃຈກັນສະຫຼອງຮົງກົງກັບຄືນສູ່ປະເທດຊາດ, ຮ່ວມກັນເດີນຕາມເສັ້ນທາງດຽວກັນເພື່ອສ້າງອະນາຄົດທີ່ງົດງາມກວ່າເກົ່າ.”