ອູແກຣນແຈ້ງວ່າ: ເຫດການຫຼອນໂຈມຕີສູນການຄ້າ ເຮັດໃຫ້ມີຜູ້ເສຍຊີວິດ16ຄົນ

2022-06-28 15:36:55 cri


ວັນທີ27ມິຖຸນານີ້,ຂ່າວສານແຫ່ງຊາດອູແກຣນແຈ້ງໃຫ້ຮູ້ວ່າ: ມື້ດຽວກັນ,ສູນການຄ້າແຫ່ງໜຶ່ງຢູ່ເກຣແມັນຊຸກຂອງລັດໂພທາວາປະເທດອູແກຣນ ໄດ້ຖືກຫຼອນໂຈມຕີດ້ວຍລູກສອນໄຟນຳວິຖີຂອງທະຫານຣັດເຊຍ, ທ່ານເດິມີຕຣີ ລູນີນ ຜູ້ຮັບຜິດຊອບວຽກງານການເມືອງແລະການທະຫານຂອງລັດໂພທາວາກ່າວວ່າ: ປັດຈຸບັນ ມີຜູ້ເສຍຊີວິດ16ຄົນແລະບາດເຈັບ59ຄົນ.

   ມື້ດຽວກັນ ທ່ານອໍເລສກີ ດານນິລົຟ ເລຂາທິການຄະນະກຳມະການຄວາມໝັ້ນຄົງແຫ່ງຊາດແລະປ້ອງກັນປະເທດຂອງອູແກຣນໄດ້ກ່າວວ່າ: ອີງຕາມຂໍ້ມູນເບື້ອງຕົ້ນ,ຣັດເຊຍໄດ້ຍິງລູກສອນໄຟນຳວິຖີສອງລູກໃສ່ສູນການຄ້າແຫ່ງໜຶ່ງຢູ່ເກຣແມັນຊຸກ. ທີ່ຈິງແລ້ວ ສູນດັ່ງກ່າວນີ້ໄດ້ໃກ້ກັນຫຼາຍກັບໂຮງງານກົນຈັກທາງຫຼວງແລະສະຖານີລົດໄຟຂອງເກຣແມັນຊຸກ. ອີງຕາມຂໍ້ມູນຈາກບາງບຸກຄົນທີ່ຮູ້ການເຄື່ອນໄຫວທາງການທະຫານພິເສດໄດ້ເປີດເຜີຍໃຫ້ຮູ້ວ່າ: ສູນການຄ້າແຫ່ງນີ້ຖືກນຳໃຊ້ເປັນບ່ອນເກັບໄວ້ອຸປະກອນດ້ານການທະຫານ.