ໂດຍອາໄສປະເທດຊາດ, ເຂດພິເສດຮົງກົງຈະສາມາດສ້າງອະນາຄົດທີ່ສວຍງາມກວ່າເກົ່າໄດ້ຢ່າງແນ່ນອນ

2022-06-29 17:29:35 cri

ປີນີ້, ເຂດບໍລິຫານພິເສດຮົງກົງໄດ້ກັບຄືນສູ່ປະເທດຊາດຄົບຮອບ 25 ປີແລ້ວ. ຕະຫຼອດໄລຍະ 25 ປີຜ່ານມາ, ໂດຍອາໄສປະເທດຊາດ, ເຂດພິເສດຮົງກົງໄດ້ຮັບມືກັບສິ່ງທ້າທາຍຂອງຄວາມສ່ຽງປະເພດຕ່າງໆຢ່າງສຳເລັດຜົນ, ສາມາດຮັກສາຄວາມຈະເລີນຮຸ່ນເຮືອງ ແລະ ສະຖຽນລະພາບ. ການປະຕິບັດ “ປະເທດດຽວສອງລະບອບ” ຢູ່ຮົງກົງໄດ້ຮັບຜົນສຳເລັດ ເຊິ່ງເປັນທີ່ຍອມຮັບທົ່ວໄປໃນໂລກ.

ການຕໍ່ຕ້ານວິກິດການທາງການເງິນທີ່ກະທົບປະເທດຕ່າງໆຢູ້ອາຊີຢ່າງໜັກໜ່ວງ ກໍຄືວິກິດການການເງິນສາກົນ, ການຕໍ່ຕ້ານພະຍາດຊາ(sars) ແລະ ພະຍາດໂຄວິດ-19 ແລະອື່ນໆ. ພາຍຫຼັງກັບຄືນສູ່ປະເທດຊາດຕະຫຼອດໄລຍະ 25 ປີຜ່ານມາ, ທຸກຄັ້ງທີ່ເຂດພິເສດຮົງກົງຜະເຊີນກັບຄວາມຫຍຸ້ງຍາກແລ້ວ ລັດຖະບານກໍອອກແຮງຢ່າງສຸດຂີດເພື່ອຊ່ວຍເຫຼືອຮົງກົງຕັ້ງແຕ່ເບື້ອງຕົ້ນໂລດ ເຊິ່ງໄດ້ສະແດງໃຫ້ເຫັນວ່າ “ເຂດພິເສດຮົງກົງມີຄວາມຮຽກຮ້ອງແລ້ວ ປະເທດຊາດກໍຈະຕອບສະໜອງຄວາມຕ້ອງການຢ່າງແນ່ນອນ” ແລະຊ່ວຍໄດ້ເປັນຢ່າງດີ. ທ່ານ ຫຼີ້ເຈ່ຍຊາວ ວ່າທີ່ຜູ້ວ່າການເຂດບໍລິຫານພິເສດຮົງກົງໄດ້ກ່າວວ່າ: “ປະເທດຊາດໃນຖານະເປັນກໍາລັງໜູນທີ່ແຂງແຮງທີ່ສຸດ ແມ່ນກຳລັງທີ່ສຳຄັນທີ່ສຸດໃນຂະບວນການແກ້ໄຂບັນຫາຂອງເຂດພິເສດຮົງກົງ.”

ວັນທີ 1 ກໍລະກົດ ປີ 2017, ພາຍໃຕ້ການເປັນພະຍານຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ອົງການປົກຄອງທ້ອງຖິ່ນແຂວງກວາງຕຸ້ງ, ເຂດພິເສດຮົງກົງ ແລະ ເຂດພິເສດມາກາວໄດ້ລົງນາມໃນ “ສັນຍາຂອບການລົງເລິກການຮ່ວມມືລະຫວ່າງແຂວງກວາງຕຸ່ງ, ເຂດພິເສດຮົງກົງ ແລະ ເຂດພິເສດມາກາວ, ຊຸກຍູ້ການກໍ່ສ້າງເຂດອ່າວໃຫຍ່” ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ການກໍ່ສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວໄດ້ເລີ່ມຕົ້ນຢ່າງເປັນທາງການ. ຫຼັງຈາກນັ້ນ, ລັດຖະບານຈີນໄດ້ວາງຍຸດທະສາດ, ນະໂຍບາຍ ແລະ ມາດຕະການຕ່າງໆ ເຊັ່ນ: ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ການກໍ່ສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ ແລະອື່ນໆ ເຊິ່ງເປັນການສະໜອງພື້ນທີ່ການພັດທະນາຢ່າງກວ້າງຂວາງໃຫ້ແກ່ເຂດພິເສດຮົງກົງ. ນອກນີ້, ໃນ “ແຜນແມ່ບົດແຫ່ງການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14” ໄດ້ສະເໜີວ່າ, ຕ້ອງຍົກສູງຖານະການເປັນສູນກາງທາງດ້ານການເງິນ, ການຂົນສົ່ງທາງທະເລ, ສູນກາງການຄ້າ ແລະ ສູນກາງການຂົນສົ່ງທາງອາກາດສາກົນຂອງເຂດພິເສດຮົງກົງ, ເພີ່ມທະວີບົດບາດການເປັນສູນຄຸ້ມຄອງຊັບສິນສາກົນ ແລະ ສູນຄຸ້ມຄອງຄວາມສ່ຽງສາກົນຂອງຮົງກົງ ເຊິ່ງໄດ້ເພີ່ມພະລັງຊຸກດັນໃຫ້ແກ່ການພັດທະນາໃນອະນາຄົດຂອງເຂດພິເສດຮົງກົງ.

ແຕ່ວ່າ, ນັກການເມືອງປະເທດຕາເວັນຕົກຈຳນວນໜຶ່ງໄດ້ຊູຄັນຕາລະບັດຂອງການປົກປັກຮັກສາ “ສິດທິມະນຸດ” ແລະ “ເສລີພາບ” ຂອງເຂດພິເສດຮົງກົງ, ໄດ້ແຊກແຊງວຽກງານຂອງຮົງກົງເລື້ອຍໆ, ເພື່ອຖືຮົງກົງເປັນເຄື່ອງມື ແລະເບ້ຍຕໍ່ລອງໃນການສະກັດກັ້ນການພັດທະນາຂອງປະເທດຈີນ. ໃນເວລາອັນຄັບຂັນນີ້, ສູນກາງພັກຄອມມູນິດຈີນທີ່ນຳພາໂດຍທ່ານ ສີຈິ້ນຜິງ ໄດ້ສັງເກດແລະວິເຄາະສະຖານະການ ແລະ ທຳການຕັດສິນຢ່າງຂາດຕົວ ທັງໄດ້ໃຊ້ມາດຕະການສຳຄັນຕ່າງໆ ໂດຍສ້າງກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງ ແລະ ປັບປຸງລະບຽບການເລືອກຕັ້ງຂອງເຂດບໍລິຫານພິເສດຮົງກົງໃຫ້ສົມບູນຂຶ້ນ ເພື່ອຕັດຂາດມືມືດທີ່ຫວັງທຳລາຍເຂດພິເສດຮົງກົງ ແລະ ໄດ້ເປີດສະພາບການໃໝ່ດ້ານການບໍລິຫານທີ່ດີຂອງເຂດພິເສດຮົງກົງ.

ໃນຕົ້ນປີ 2022, ເຂດພິເສດຮົງກົງໄດ້ເກີດສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 5 ຢ່າງກະທັນຫັນ, ຜູ້ຕິດເຊື້ອໄດ້ເພີ່ມຂຶ້ນຈົນເກີນຄວາມສາມາດໃນການຮັບມືແລະປິ່ນປົວຂອງທ້ອງຖິ່ນ. ໃນຂະນະນີ້, ລັດຖະບານຈີນໄດ້ຊ່ວຍເຫຼືອຮົງກົງຢ່າງທັນເວລາອີກເທື່ອໜຶ່ງ ໂດຍໄດ້ຊ່ວຍສ້າງໂຮງໝໍຊົ່ວຄາວຢ່າງວ່ອງໄວທີ່ສຸດ, ສົ່ງຜູ້ຊ່ຽວຊານ ແລະ ພະນັກງານການແພດຫຼາຍທີມໄປຮົງກົງ, ໄດ້ສະໜອງເຄື່ອງອຸປະກອນປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຈຳນວນຫຼວງຫຼາຍ, ແລະໄດ້ຮັບປະກັນການສະໜອງເຄື່ອງໃຊ້ປະຈຳວັນໃຫ້ຢ່າງສຸດຄວາມສາມາດ.

ຫວ່າງມໍ່ໆມານີ້, ສະຖາບັນຄົ້ນຄວ້າການຄຸ້ມຄອງການພັດທະນາສາກົນສະວິດເຊີແລນໄດ້ເຜີຍແຜ່ “ບົດລາຍງານຄວາມສາມາດການແຂ່ງຂັນໂລກ 2022” ໂດຍສະແດງໃຫ້ເຫັນວ່າ ຮົງກົງໄດ້ຫຍັບຂຶ້ນມາເປັນອັນດັບທີ 5 ໃນປີນີ້ຈາກອັນດັບທີ 7 ໃນປີຜ່ານມາ. ເຖິງວ່າຮົງກົງໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມີນັກການເມືອງປະເທດຕາເວັນຕົກຈຳນວນໜຶ່ງໃສ່ຮ້າຍປ້າຍສີກໍຕາມ, ແຕ່ວ່າ ສັນຍານຫຼາຍຢ່າງໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນວ່າ: ຄວາມກ້າວໜາຂອງຮົງກົງ ຈາກການມີຄວາມສະຫງົບກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງຢ່າງບໍ່ສາມາດສະກັດກັ້ນໄດ້.

ໃນໄລຍະ 25 ປີຜ່ານມາ, ພາຍໃຕ້ການສະໜັບສະໜູນຈາກປະເທດຊາດ, ເຂດພິເສດຮົງກົງໄດ້ຮັກສາສະຖຽນລະພາບ ແລະຄວາມຈະເລີນຮຸ່ນເຮືອງ, ມີຖານະເປັນສູນກາງການເງິນ, ການຂົນສົ່ງທາງທະເລ ແລະ ການຄ້າສາກົນທີ່ໝັ້ນທ່ຽງ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, ວຽກງານວັດທະນະທຳ ແລະສິລະປະ ກໍມີການພັດທະນາຢ່າງຄຶກຄັກ. ພວກເຮົາເຊື່ອໝັ້ນວ່າ, ໂດຍມີປະເທດຊາດເປັນກຳລັງໜູນຢ່າງແຂງແຮງ, ຊາວຮົງກົງ 7,4 ລ້ານຄົນ ຈະສາມາດຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າໄດ້ຢ່າງແນ່ນອນ.