ກອງປະຊຸມສຸດຍອດກຸ່ມ G7 ອັດລົງດ້ວຍສຽງຕິຕຽນ

2022-06-29 10:58:38 CRI

 


ກອງປະຊຸມສຸດຍອດກຸ່ມ G7 ທີ່ຈັດຂຶ້ນເປັນເວລາ 3 ວັນໄດ້ອັດລົງຢູ່ເມືອງກາມິສ-ປາເທນເກີເຊນຂອງລັດປາວາເລຍ ພາກໃຕ້ເຢຍລະມັນ. ບຸກຄົນຈຳນວນ
ຫຼາຍໄດ້ຕິຕຽນກອງປະຊຸມເທື່ອນີ້ ໂດຍເຫັນວ່າ: ກຸ່ມ G7 ຮັບມືກັບບັນຫາທົ່ວໂລກບໍ່ໄດ້.


    ຜູ້ສັງເກດການຈຳນວນໜຶ່ງເຫັນວ່າ, ປັດຈຸບັນກຸ່ມ G7 ພຽງແຕ່ຕາງໜ້າໃຫ້ປະຊາກອນ 10% ຂອງໂລກເທົ່ານັ້ນ, ຖ້າບໍ່ດຳເນີນການຮ່ວມມືກັບປະຊາຄົມໂລກທີ່ມີປະຊາກອນຈຳນວນມະຫາ,ບັນດາປະເທດຮັ່ງມີເຫຼົ່ານີ້ຈະຊ່ວຍແກ້ໄຂບັນຫາທົ່ວໂລກບໍ່ໄດ້.

 

  ໃນໄລຍະຈັດກອງປະຊຸມສຸດຍອດເທື່ອນີ້, ຢູ່ນະຄອນມູນິກ ແລະ ເຂດໃກ້ຄຽງບ່ອນຈັດກອງປະຊຸມໄດ້ເກີດການປະທ້ວງ,ພວກປະທ້ວງໄດ້ກ່າວປະນາມປະເທດອຸດສາຫະກຳຕາເວັນຕົກຕົ້ນຕໍທີ່ເຮັດໃຫ້ສະຖານະການອູແກຣນ ແລະ ວິກິດການທັນຍາຫານຮ້າຍແຮງຂຶ້ນ ລວມທັງລາຄາສິນຄ້າເພີ່ມສູງຂຶ້ນຫຼາຍໃນຫວ່າງມໍ່ໆນີ້.