ຕູຣາເຄຍເຫັນດີໃຫ້ຊູແອັດແລະແຟັງລັງເຂົ້າຮ່ວມນາໂຕ

2022-06-29 16:04:59 cri


   ໃນວັນທີ28ມິຖຸນານີ້ຕາມເວລາທ້ອງຖິ່ນ,ຫຼັງຈາກປະມຸກລັດຂອງຕູຣາເຄຍ,ຊູແອັດແລະແຟັງລັງເຈລະຈາກັບທ່ານເຈນ ສະໂຕເຕັນເບິກ ເລຂາທິການໃຫຍ່ອົງການນາໂຕແລ້ວ,ຕູຣາເຄຍໄດ້ຖອນມະຕິປະຕິເສດຊູແອັດແລະແຟັງລັງເຂົ້າຮ່ວມນາໂຕ ພ້ອມທັງປ່ອນບັດເຫັນດີ.

ອີງຕາມຖະແຫຼງການຂອງທ່ານຊໍລີ ນີນິສໂຕ ປະທານາທິບໍດີແຟັງລັງໃມຫ້ຮູ້ວ່າ,ລັດຖະບານສາມປະເທດດັ່ງກ່າວໄດ້ເຊັນສັນຍາສາມຝ່າຍ,ໂດຍຮັບຮອງວ່າຕູຣາເຄຍຈະສະໜັບສະໜູນການເຊື້ອເຊີນຊູແອັດແລະແຟັງລັງເຂົ້າຮ່ວມເປັນສະມາຊິກນາໂຕ.ເນື້ອໃນສັນຍາໄດ້ລະບຸ ວ່າ: ຊູແອັດ,ແຟັງລັງແລະຕູຣາເຄຍໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນກັນໃນເວລາຮັບມືກັບໄພຂົ່ມຂູ່ດ້ານຄວາມໝັ້ນຄົງທີ່ບັນດາປະເທດຈະຜະເຊີນໜ້າ,ເຊິ່ງລວມທັງການຮ່ວມມືກັນເພື່ອຮັບມືກັບລັດທິກໍ່ການຮ້າຍ.

ທ່ານຊໍລີ ນີນິສໂຕ ປະທານາທິບໍດີແຟັງລັງໄດ້ກ່າວໃນຖະແຫຼງການວ່າ: ເມື່ອມໍ່ໆມານີ້ ຕູຣາເຄຍເປັນຫ່ວງຫຼາຍຕໍ່ລັດທິກໍ່ການຮ້າຍ,ແຟັງລັງໄດ້ປະຕິບັດຕໍ່ຄວາມເປັນຫ່ວງຂອງຕູຣາເຄຍຢ່າງຕັ້ງໜ້າແລະສະເໝີຕົ້ນສະເໝີປາຍ,ພ້ອມທັງກ່າວປະນາມລັດທິກໍ່ການຮ້າຍດ້ວຍທຸກຮູບການ.

   ບັນດາປະເທດສະມາຊິກນາໂຕຈະຊຸກຍູ້ຂະບວນການໃຫ້ຊູແອັດແລະແຟັງລັງເຂົ້າຮ່ວມນາໂຕໃນກອງປະຊຸມສຸດຍອດທີ່ຈະຈັດຂຶ້ນຢູ່ນະຄອນຫຼວງມາດຣິດຂອງແອັສປາຍໃນສອງມື້ຂ້າງໜ້າ.