ຜູ້ແທນຈີນທວງໃຫ້ອາເມຣິກາແລະປະເທດອື່ນຢຸດການປັ້ນແຕ່ງແລະເຜີຍແຜ່ຂ່າວປອມ

2022-06-29 15:57:06 cri


   ວັນທີ28ມິຖຸນານີ້, ໃນກອງປະຊຸມປຶກສາຫາລືຊັ້ນສູງກ່ຽວກັບ“ລຶບລ້າງຜົນກະທົບດ້ານລົບຕໍ່ສິດທິມະນຸດຍ້ອນຂ່າວປອມ”ຂອງກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດສະໄໝທີ50,ຜູ້ຕາງໜ້າຖາວອນຂອງຈີນໄດ້ກ່າວຄຳປາໄສ ໂດຍທວງໃຫ້ອາເມຣິກາແລະປະເທດອື່ນຢຸດການປັ້ນແຕ່ງແລະເຜີຍແຜ່ຂ່າວປອມ,ຢຸດການລ່ວງລ້ຳສິດທິມະນຸດ.

   ຜູ້ຕາງໜ້າຖາວອນຈີນກ່າວວ່າ: ຈີນໄດ້ໃຫ້ຄວາມເປັນຫ່ວງໃນລະດັບສູງຕໍ່ບັນຫາຂ່າວປອມທີ່ລະບາດຢູ່ສະພາສິດທິມະນຸດໃນຫຼາຍປີມໍ່ໆມານີ້. ເນື່ອງຈາກຈຸດປະສົງດ້ານການເມືອງ,ອາເມຣິກາແລະປະເທດຈຳນວນໜຶ່ງໄດ້ປັ້ນແຕ່ງແລະເຜີຍແຜ່ຂ່າວປອມໂດຍແນໃສ່ປະເທດອື່ນ,ດ້ວຍຂໍ້ອ້າງສິດທິມະນຸດ ແຊກແຊງວຽກງານພາຍໃນປະເທດອື່ນຢ່າງປ່າເຖື່ອນ,ທັງໃຊ້ມາດຕະການບັງຄັບແຕ່ຝ່າຍດຽວແບບທົ່ວທີບ.

   ໃນປະຫວັດສາດ,ອາເມຣິກາໄດ້ຖືຄຳຂີ້ຕົວະແລະຂ່າວປອມເປັນຂໍ້ອ້າງ,ກໍ່ສົງຄາມຕໍ່ປະເທດອື່ນ,ເຊິ່ງໄດ້ສ້າງຜົນເສຍຫາຍຢ່າງໜັກໜ່ວງໃຫ້ປະຊາຊົນຂອງປະເທດເຫຼົ່ານີ້.ການກະທຳຂອງອາເມຣິກາແລະປະເທດອື່ນໄດ້ລະເມີດຈຸດປະສົງແລະຫຼັກການຂອງກົດບັດອົງການສະຫະປະຊາຊາດຢ່າງຮ້າຍແຮງ,ໄດ້ລ່ວງລ້ຳສິດທິມະນຸດຢ່າງຮ້າຍແຮງ.ອາເມຣິກາແລະປະເທດອື່ນຄວນຢຸດການປັ້ນແຕ່ງແລະເຜີຍແຜ່ຂ່າວປອມໃນທັນທີ,ຢຸດການລ່ວງລ້ຳສິດທິມະນຸດ.