ຜູ້ຕາງໜ້າຖາວອນຂອງຈີນທວງໃຫ້ນາໂຕຢ່າກໍ່ສົງຄາມເຢັນຄັ້ງໃໝ່ທີ່ຖືວິກິດການອູແກຣນເປັນຂໍ້ອ້າງ

2022-06-29 16:27:58 cri


ວັນທີ28ມິຖຸນານີ້,ທ່ານຈັ່ງຈວິ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວປາໄສໃນກອງປະຊຸມເປີດເຜີຍກ່ຽວກັບບັນຫາອູແກຣນຂອງສະພາຄວາມໝັ້ນຄົງ,ໂດຍທວງໃຫ້ນາໂຕຢ່າສູ່ປຸກລະດົມໃຫ້ເກີດການເປັນປໍລະປັກກັນລະຫວ່າງກຸ່ມ ແລະກໍ່ສົງຄາມເຢັນຄັ້ງໃໝ່ ທີ່ຖືວິກິດການອູແກຣນເປັນຂໍ້ອ້າງ.

ທ່ານຈັ່ງຈວິ່ນກ່າວວ່າ: ເຊັ່ນດຽວກັນກັບປະເທດແລະປະຊາຊົນທີ່ຮັກຫອມສັນຕິພາບຢູ່ໃນໂລກ,ຈີນໄດ້ຕິດຕາມການປັບປຸງດ້ານຍຸດທະສາດຂອງນາໂຕຢ່າງໃກ້ຊິດ,ສົນໃຈເນື້ອໃນນະໂຍບາຍຂອງເອກະສານ “ຄວາມໝາຍດ້ານຍຸດທະສາດ”ຂອງນາໂຕຢ່າງເລິກເຊິ່ງ. ຜູ້ນຳບາງຄົນຂອງນາໂຕມັກເວົ້າຢູ່ເລື້ອຍໆວ່າປະເທດອື່ນໄດ້ສ້າງຄວາມຂົ່ມຂູ່ໃຫ້ຕົນ,ແຕ່ຕົວຈິງແລ້ວຊ້ຳພັດແມ່ນນາໂຕເອງທີ່ໄດ້ສ້າງຄວາມຫຍຸ້ງຍາກໃຫ້ປະເທດຕ່າງໆຢູ່ໃນໂລກ.ຈີນທວງໃຫ້ນາໂຕຖອດຖອນບົດຮຽນ, ຢ່າສູ່ປຸກລະດົມໃຫ້ເກີດການເປັນປໍລະປັກກັນລະຫວ່າງກຸ່ມຢູ່ໃນໂລກ ແລະກໍ່ສົງຄາມເຢັນຄັ້ງໃໝ່ ທີ່ຖືວິກິດການອູແກຣນເປັນຂໍ້ອ້າງ, ຢ່າສູ່ສະແຫວງຫາສັດຕູສົມມຸດຂອງຕົນຢູ່ພາກພື້ນອາຊີປາຊິຟິກ,ຢ່າສ້າງຄວາມຂັດແຍ້ງກັນແລະຄວາມແຕກແຍກກັນ.