ໃນຫຼາຍປີຂ້າງໜ້າ ຄ່າໃຊ້ຈ່າຍທາງການທະຫານຂອງເຢຍລະມັນໃນແຕ່ລະປີຈະສູງເຖິງ70-80ຕື້ເອີໂຣ

2022-06-29 16:31:40 cri


ວັນທີ28ມິຖຸນານີ້,ທ່ານ ໂອລັຟ ໂຊສ ນາຍົກລັດຖະມົນຕີເຢຍລະມັນໄດ້ກ່າວຫຼັງຈາກກອງປະຊຸມສຸດຍອດກຸ່ມG7ສິ້ນສຸດລົງແລ້ວວ່າ: ໃນຫຼາຍປີຂ້າງໜ້າ, ຄ່າໃຊ້ຈ່າຍທາງການທະຫານຂອງເຢຍລະມັນໃນແຕ່ລະປີຈະສູງເຖິງ70-80ຕື້ເອີໂຣ.

   ເມື່ອຖືກຖາມວ່າຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມG20ທີ່ຈະຈັດຂຶ້ນຢູ່ອິນໂດເນເຊຍໃນເດືອນພະຈິກປີນີ້ຫຼືບໍ່,ທ່ານກ່າວວ່າ: ແຕ່ເດີມ ກຸ່ມG7ບໍ່ຢາກໃຫ້ຄຳຕອບບັນຫານີ້. ແຕ່ຖ້າວ່າປະເທດສາມາຊິກກຸ່ມG7ບໍ່ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມG20,ກໍໝາຍຄວາມວ່າມັນເປັນການປະຕິເສດບໍ່ເຂົ້າຮ່ວມກອງປະຊຸມສຸດຍອດດັ່ງກ່າວນີ້,ນີ້ຈະເປັນຄວາມຜິດພາດທາງການເມືອງທົ່ວໂລກ. ເປົ້າໝາຍຂອງທ່ານແມ່ນຢາກປົກປ້ອງກຸ່ມG20.