ປະເທດສະມາຊິກສະຫະພາບເອີລົບມີຄວາມຮັບຮູ້ຄືກັນຕໍ່ “ແຜນການຫ້າມບໍ່ໃຫ້ຈຳໜ່າຍລົດທີ່ໃຊ້ນ້ຳມັນເຊື້ອໄຟໃນປີ 2035”

2022-06-30 14:47:09 CRI


    ວັນທີ 29 ມິຖຸນານີ້, ໂດຍຜ່ານການປຶກສາຫາລືມາເປັນເວລາດົນ, ລັດຖະມົນຕີກະຊວງສິ່ງແວດລ້ອມຂອງ 27 ປະເທດສະມາຊິກສະຫະພາບເອີລົບໄດ້ມີຄວາມຮັບຮູ້ຄືກັນຕໍ່ແຜນການຫ້າມບໍ່ໃຫ້ຈຳໜ່າຍລົດທີ່ໃຊ້ນ້ຳມັນເຊື້ອໄຟເຊິ່ງໄດ້ຮັບຄວາມເອົາໃຈໃສ່ຫຼາຍ ໂດຍເຫັນດີເຫັນພ້ອມກັນວ່າ:ຮອດປີ 2035 ຈະຫ້າມບໍ່ໃຫ້ຈຳໜ່າຍລົດທີ່ໃຊ້ນ້ຳມັນຊື້ໄຟຢູ່ສະຫະພາບເອີລົບ.


     ວົງການພາຍນອກເຫັນວ່າ, ຍ້ອນວ່າແຜນການສະບັບນີ້ໄດ້ຮັບການສະໜັບສະໜູນຈາກສະພາເອີລົບແລ້ວ, ຫຼັງຈາກປະເທດສະມາຊິກສະຫະພາບເອີລົບມີຄວາມຮັບຮູ້ຄືກັນ ຫວັງວ່າຈະສາມາດສ້າງເປັນກົດໝາຍໄດ້.