ທ່ານ ສີຈີ້ນຜິງ ພົບປະທ່ານນາງແຄຣີ ລຳເຊັງເຢັດເງີ

2022-06-30 20:36:42 cri

ຕອນບ່ານວັນທີ 30 ມິຖຸນາ 2022, ທ່ານ ສີຈີ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານນາງແຄຣີ ລຳເຊັງເຢັດເງີ ຜູ້ວ່າການບໍລິຫານເຂດບໍລິຫານພິເສດຮົງກົງຢູ່ຮົງກົງ.
    ທ່ານ
ສີຈີ້ນຜິງ ກ່າວວ່າ: ໄລຍະ 5 ປິິຜ່ານມານີ້, ພາຍໃຕ້ການສະໜັບສະໜູນອັນໝັ້ນແກ່ນຂອງສູນກາງ, ທ່ານໄດ້ປະຕິບັດໜ້າທີ່ຕາມລະບອບກົດໝາຍຢ່າງເຂັ້ມງວດທີ່ສຸດ, ເດັດດ່ຽວຈັດຕັ້ງປະຕິບັດຕາມນະໂຍບາຍ “ປະເທດດຽວສອງລະບອບ” ແລະ ກົດໝາຍພື້ນຖານຂອງຮົງກົງ, ນຳພາອົງການປົກຄອງເຂດບໍລິຫານພິເສດດຳເນີນການບໍລິຫານຕາມກົດໝາຍ, ເຮັດໃຫ້ບຸກຄົນໃນວົງການຕ່າງໆສາມັກຄີກັນເພື່ອແກ້ໄຂຄວາມວຸ້ນວາຍ, ອອກແຮງຢ່າງສຸດຂີດຕ້ານການແຜ່ລະບາດຂອງພະຍາດໂຄວິດ-19, ໄດ້ປະກອບສ່ວນອັນສຳຄັນຂົ້າໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ, ຜົນປະໂຫຍດການພັດທະນາແຫ່ງລັດ ແລະ ຄວາມຈະເລີນຮຸ່ງເຮືອງຂອງຮົງກົງ. ສູນກາງໄດ້ຢືນຢັນຕໍ່ວຽກງານ 5 ປີຜ່ານມາ ທີ່ທ່ານໄດ້ຈັດຕັ້ງປະຕິບັດຢ່າງເຕັມທີ່.
     ທ່ານ
ນາງແຄຣີ ລຳເຊັງເຢັດເງີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານປະທານ ສີຈີ້ນຜິ, ພາຍໃຕ້ສະພະຍາດໂຄວິດ-19 ຢູ່ຮົງກົງຍັງແຜ່ລະບາດຢູ່ ທ່ານຍັງເດີນທາງມາຮອດຮົງກົງ ເພື່ອເຂົ້າຮ່ວມພິທີສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ 25 ປີ ແລະ ພິທີອົງການປົກຄອງເຂດບໍລິຫານພິເສດຮົງກົງຊຸດທີ 6 ຂຶ້ນຮັບຕຳແໜ່ພ້ອມທັງສຳຫຼວດກວດກາວຽກງານຢູ່ຮົງກົງ.