ໃນຮອບ25ປີຜ່ານມາ,ຈຳນວນຊື້ຂາຍສະເລ່ຍຕໍ່ມື້ຂອງຕະຫຼາດຫຼັກຊັບຮົງກົງໄດ້ເພີ່ມຂຶ້ນເກືອບ 10 ເທົ່າ

2022-06-30 17:10:48 cri


ວັນທີ1ກໍລະກົດແມ່ນວັນລະນຶກຮົງກົງກັບຄືນສູ່ປະເທດຊາດຄົບຮອບ25ປີ. ໃນຮອບ25ປີຜ່ານມາ,ຖານະທີ່ເປັນສູນກາງການທະນາຄານສາກົນຂອງຮົງກົງໄດ້ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ. ໃນຈຳນວນທະນາຄານທີ່ເຂັ້ມແຂງ100ແຫ່ງໃນທົ່ວໂລກ,ກວມ75%ແມ່ນຕັ້ງຢູ່ຮົງກົງ,ໃນຈຳນວນອົງການກອງທຶນເອກະຊົນ 20 ແຫ່ງທີ່ມີຂະໜາດໃຫຍ່ກວ່າໝູ່ຢູ່ໃນໂລກ ແມ່ນມີ15ແຫ່ງໄດ້ຕັ້ງສຳນັກງານຢູ່ຮົງກົງ. ຈຳນວນຊື້ຂາຍສະເລ່ຍຕໍ່ມື້ຂອງຕະຫຼາດຫຼັກຊັບຮົງກົງໄດ້ເພີ່ມມູນຄ່າຈາກ15ຕື້ໂດລາຮົງກົງໃນປີ1997ເປັນ166,7ຕື້ໂດລາຮົງກົງໃນປີ2021,ໄດ້ເພີ່ມຂຶ້ນເກືອບ 10 ເທົ່າ; ຈຳນວນບໍລິສັດທີ່ເຂົ້າສູ່ຕະຫຼາດຫຼັກຊັບຮົງກົງໄດ້ເພີ່ມຈາກ619ແຫ່ງໃນປີ1997 ເປັນ 2.500ກວ່າແຫ່ງໃນປີ2022ນີ້.