ເປີດນຳໃຊ້ຂະບວນລົດດ່ວນຕາມທາງລົດໄຟຈີນ-ລາວ

2022-06-30 14:39:23 cri


   ວັນທີ29ມິຖຸນານີ້, ຂະບວນລົດດ່ວນຕາມທາງລົດໄຟຈີນ-ລາວທີ່ບັນທຸກຕູ້ຄອນເທັນເນີ 70ຕູ້ ໄດ້ແລ່ນອອກຈາກສະຖານີໃຕ້ນະຄອນຈິ່ນຮວາແຂວງເຈີ້ຈ່ຽງ, ຜ່ານດ່ານບໍ່ຫານແຂວງຢຸນນານ ແລ່ນໄປສູ່ນະຄອນຫຼວງວຽງຈັນປະເທດລາວ.

   ຂະບວນລົດດັ່ງກ່າວບັນທຸກມີ ເຄື່ອງໃຊ້ໄຟຟ້າພາຍໃນເຮືອນ,ກົນຈັກກະສິກຳ,ອຸປະກອນກໍ່ສ້າງສວນສາທາລະນະ ແລະວັດຖຸສົ່ງອອກອື່ນໆ, ແຫຼ່ງສິນຄ້າຕົ້ນຕໍແມ່ນມາຈາກນະຄອນນີງໂປ່,ຮາງໂຈ່ວແລະຈິ່ນຮວາເປັນຕົ້ນ. ໄລຍະທາງທັງໝົດຍາວ3327ກິໂລມັດ,ຄາດວ່າອີກ4ມື້ ຈະເດີນທາງໄປຮອດສະຖານີໃຕ້ຂອງນະຄອນຫຼວງວຽງຈັນ. ຍ້ອນມີຂະບວນລົດໄຟດ່ວນແລ້ວ, ສິນຄ້າສົ່ງໄປຮອດດ່ານພາສີ ບໍ່ຕ້ອງໃຫ້ພະນັກງານຂອງດ່ານພາສີກວດກາຢູ່ກັບບ່ອນ,ບໍ່ຕ້ອງສະໜອງເອກະສານທາງລາຍລັກອັກສອນ,ໂດຍລະບົບກວດກາ ຈະກວດກາແລະອະນຸຍາດໃຫ້ຜ່ານດ່ານແບບອັດຕະໂນມັດໄດ້.