ປະທານາທິບໍດີອູແກຣນແລະອິນໂດເນເຊຍພົບປະເຈລະຈາກັນ

2022-06-30 14:44:42 cri



    ວັນທີ29ມິຖຸນານີ້ຕາມເວລາທ້ອງຖິ່ນ,ສື່ມວນຊົນອູແກຣນໄດ້ລາຍງານວ່າ: ທ່ານ ໂວໂລດີເມຍ ເຊເລນສກີ ປະທານາທິບໍດີອູແກຣນໄດ້ພົບປະເຈລະຈາກັບທ່ານ ໂຈໂຄ ວິໂດໂດ ປະທານາທິບໍດີອິນໂດເນເຊຍທີ່ເດີນທາງໄປຢ້ຽມຢາມອູແກຣນ.


   ທ່ານ ໂວໂລດີເມຍ ເຊເລນສກີ ກ່າວວ່າ: ທ່ານຈະເຂົ້າຮ່ວມກອງປະຊຸມສຸດຍອດG20ທີ່ຈະຈັດຂຶ້ນຢູ່ອິນໂດເນເຊຍນັ້ນຫຼືບໍ່ ແມ່ນຂຶ້ນກັບຜູ້ທີ່ເຂົ້າຮ່ວມກອງປະຊຸມມີໃຜແດ່ ແລະສະຖານະການດ້ານຄວາມໝັ້ນຄົງຂອງອູແກຣນ.