ໃນກອງປະຊຸມສຸດຍອດນາໂຕ,ປະເທດສະມາຊິກນາໂຕເປັນເອກະສັນກັນເຫັນດີໃຫ້ແຟັງລັງແລະຊູແອັດເຂົ້າຮ່ວມນາໂຕ

2022-06-30 14:42:02 cri


   ກອງປະຊຸມສຸດຍອດນາໂຕທີ່ດຳເນີນເປັນເວລາສອງມື້ໄດ້ຈັດຂຶ້ນຢູ່ນະຄອນຫຼວງມາດຣິດຂອງແອັສປາຍໃນວັນທີ29ມິຖຸນານີ້. ໃນຫຼາຍມື້ຜ່ານມາ,ຢູ່ທົ່ວໂລກມີປະຊາຊົນແລະນັກວິເຄາະເປັນຈຳນວນຫຼາຍໄດ້ສະແດງຄວາມສົງໄສແລະຕິຕຽນຕໍ່ອົງການນາໂຕທີ່ກຳເນີດຂຶ້ນໃນສົງຄາມເຢັນ ແລະປ່ຽນແປງລັກສະນະຂອງຕົນ ທັງຂະຫຍາຍອິດທິກຳລັງຢ່າງບໍ່ຢຸດຢັ້ງ.

ໃນກອງປະຊຸມຖະແຫຼງຂ່າວຂອງກອງປະຊຸມສຸດຍອດໃນມື້ທີໜຶ່ງ,ທ່ານ ເຈນ ສະໂຕເຕັນເບີກ ເລຂາທິການໃຫຍ່ອົງການນາໂຕກ່າວວ່າ: ຜູ້ນຳປະເທດສະມາຊິກນາໂຕເຫັນດີນຳໃຊ້ມາດຕະການຫຼາຍຢ່າງເພື່ອດັດແປງແລະເສີມສ້າງອົງການນີ້.ທ່ານກ່າວວ່າ:ເພື່ອຮັບມືກັບສະພາບຄວາມເປັນຈິງດ້ານຄວາມໝັ້ນຄົງໃໝ່,ນາໂຕຈະເພີ່ມທະວີການຈັດວາງກຳລັງຢູ່ແນວໜ້າ, ເສີມກຳລັງປະກອບອາວຸດຢູ່ພາກຕາເວັນອອກຂອງນາໂຕ,ຈະເພີ່ມກອງທະຫານສຸກເສີນຂອງນາໂຕໃຫ້ຫຼາຍເຖິງ3ແສນກວ່າຄົນ.ນອກຈາກນີ້ແລ້ວ,ນາໂຕຍັງຕົກລົງສະໜອງແຜນການ“ເພີ່ມທະວີການສະໜັບສະໜູນແບບສັງລວມ”ໃຫ້ແກ່ອູແກຣນ.

   ທ່ານສະໂຕເຕັນເບີກຍັງກ່າວຕື່ມວ່າ: ປະເທດສະມາຊິກນາໂຕຍັງເປັນເອກະສັນກັນເຫັນດີເຊື້ອເຊີນແຟັງລັງແລະຊູແອັດເຂົ້າຮ່ວມນາໂຕ.