ປະທານສະມາດູມາຣັດເຊຍກ່າວວ່າ:ອາເມຣິກາຈະບໍ່ຊ່ວຍເຫຼືອບັນດາປະເທດເອີລົບເພາະວ່າຖ້າເອີລົບອ່ອນແອຈະມີຜົນດີຕໍ່ອາເມຣິກາ

2022-06-30 13:58:20 CRI


    ວັນທີ 29 ມິຖຸນານີ້, ທ່ານເວເຊສລາໂວໂລດິນ ປະທານສະພາດູມາຣັດເຊຍກ່າວວ່າ:ບັນຫາກ່ຽວກັບນະໂຍບາຍດ້ານການທະນາຄານຂອງສະຫະພາບເອີລົບຈະຮ້າຍແຮງຂຶ້ນຕື່ມອີກ, ບັນຫາເຫຼົ່ານີ້ຈະເຮັດໃຫ້ເງິນເອີໂຣອ່ອນຄ່າລົງຢ່າງຕໍ່ເນື່ອງ ແລະ ຍັງອາດຈະສາມາດເຮັດໃຫ້ປະເທດສະມາຊິກສະຫະພາບເອີລົບກັບຄືນໄປໃຊ້ເງິນຕາຂອງປະເທດຕົນຄືນໃໝ່. ໃນການແຂ່ງຂັນກັບເງິນໂດລາສະຫະລັດ, ເງິນເອີໂຣຈະສືບຕໍ່ອ່ອນຄ່າລົງ, ຊັບພະຍາກອນຂອງອາເມຣິກາທີ່ມີລາຄາແພງກວ່າຈະບັງຄັບໃຫ້ເອີລົບນຳໃຊ້, ນີ້ອາດຈະກາຍເປັນສາເຫດຕົ້ນຕໍທີ່ເຮັດໃຫ້ສະຫະພາບເອີລົບເກີດວິກິດການ.


     ທ່ານໂວໂລດິິນກ່າວຕື່ມວ່າ, ອາເມຣິກາຈະບໍ່ຊ່ວຍເຫຼືອບັນດາປະເທດເອີລົບ, ເພາະວ່າຖ້າເອີລົບອ່ອນແອຈະມີຜົນດີຕໍ່ອາເມຣິກາ. ສະຫະພາບເອີລົບໄດ້ລຶ້ງເຄີຍການເປັນໜີ້ແລ້ວ,ໜີ້ສິນຂອງບັນດາປະເທດອີລົບສ່ວນໜຶ່ງໄດ້ເພີ່ມສູງຂຶ້ນຮອດລະດັບການເກີດວິກິດການ.ໃນເມື່ອກ່ອນ,ປະເທດສະມາຊິກສະຫະພາບເອີລົບທີ່ຮັ່ງມີສາມາດຊ່ວຍເຫຼືອປະເທດສະມາຊິກສະຫະພາບເອີລົບທີ່ທຸກ ແຕ່ປັດຈຸບັນ, ປະເທດຮັ່ງມີໄດ້ເກີດມີບັນຫາ, ແລະບັນຫານີ້ກໍ່ນັບມື້ນັບຮ້າຍແຮງຂຶ້ນ.