ພັນລະຍາຂອງທ່ານປະທານສີຈິ້ນຜິງໄປຮັບຮູ້ສະພາບການພື້ນຖານແລະຂະບວນການພັດທະນາຂອງເຂດວັດທະນະທຳຢູ່ສູນຄີຕະສິນຮົງກົງ

2022-07-01 19:09:05 cri



ຕອນບ່າຍວັນທີ 30 ມິຖຸນານີ້, ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ໄປສູນຄີຕະສິນທີ່ເຂດວັດທະນະທຳຊີ່ຈິວຮົງກົງ ເພື່ອຮັບຮູ້ສະພາບການພື້ນຖານແລະຂະບວນການພັດທະນາຂອງເຂດວັດທະນະທຳແຫ່ງນີ້. ທ່ານນາງເຜີງລີ້ຢວນໄດ້ຊົມການຊ້ອມງິ້ວກວາງຕຸ້ງ ແລະໂອ້ລົມສົນທະນາຢ່າງໃກ້ຊິດກັບຊາວໜຸ່ມຜູ້ອາສາສະໝັກທີ່ພວມເຮັດເຄື່ອງຫັດຖະກຳທີ່ເປັນສີມືດັ້ງເດີມແລະຜະລິດຕະພັນນະວັດຕະກຳດ້ານວັດທະນະທຳອື່ນໆ.