ປະຊາຄົມໂລກໄດ້ເອົາໃຈໃສ່ເປັນພິເສດຕໍ່ການເຄື່ອນໄຫວທາງການທະຫານຊີວະພາບຂອງອາເມຣິກາຢູ່ແຫ່ງຕ່າງໆໃນໂລກມາແຕ່ດົນແລ້ວ

2022-07-01 11:11:09 CRI

ໃນກອງປະຊຸມຖະແຫຼງຂ່າວກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 30 ມິຖຸນາຜ່ານມານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ອາເມຣິກາເປັນປະເທດທີ່ດຳເນີນການເຄື່ອນໄຫວທາງການທະຫານຊີວະພາບທີ່ຫຼາຍທີ່ສຸດໃນໂລກ ແລະ ກໍແມ່ນປະເທດພຽງໜຶ່ງດຽວ ທີ່ຄັດຄ້ານການສ້າງກົນໄກກວດກາ “ສົນທິສັນຍາເກືອດຫ້າມອາວຸດຊີວພາບ” ໃນໂລກ. ປະຊາຄົມໂລກໄດ້ເອົາໃຈໃສ່ເປັນພິເສດຕໍ່ການເຄື່ອນໄຫວທາງການທະຫານຊີວະພາບຂອງອາເມຣິກາຢູ່ແຫ່ງຕ່າງໆໃນໂລກມາແຕ່ດົນແລ້ວ.

ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ: ກອງປະຊຸມສຳຫຼວດພິຈາລະນາຄັ້ງທີ 9 ຂອງ “ສົນທິສັນຍາເກືອດຫ້າມອາວຸດຊີວະພາບ” ຈະຈັດຂຶ້ນໃນທ້າຍປີນີ້. ອາເມຣິກາຄວນມີການປ່ຽນແປງໃນໂອກາດນີ້, ປະລະຫຼັກໝັ້ນດື້ດ້ານຂອງຕົນ ທີ່ຄັດຄ້ານການສ້າງກົນໄກກວດກາຂອງສົນທິສັນຍາດັ່ງກ່າວແຕ່ຝ່າຍດຽວ, ປະກອບສ່ວນຕົວຈິງ ເພື່ອການປ້ອງກັນຄວາມປອດໄພດ້ານຊີວະພາບຂອງທົ່ວໂລກ ເຊິ່ງຈະມີຜົນດີຊ່ວຍໃຫ້ປະຊາຄົມໂລກຟື້ນຟູຄວາມໝັ້ນໃຈຕໍ່ອາເມຣິກາໃນການປະຕິບັດສັນຍາ ແລະກໍຈະຊ່ວຍໃຫ້ຍົກລະດັບຄວາມປອດໄພດ້ານຊີວະພາບຂອງທົ່ວໂລກໃຫ້ສູງຂຶ້ນ.