ທ່ານສີຈີ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ວ່າການບໍລິຫານເຂດພິເສດຮົງກົງຄົນໃໝ່

2022-07-01 17:02:03 CRI

    ຕອນເຊົ້າວັນທີ  1 ກໍລະກົດນີ້, ທ່ານສີຈີ້ນຜິງ ປະທານປະເທດໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫຼີກາຈິວ ຈອນ ຜູ້ວ່າການເຂດບໍລິຫານພິເສດຮົງກົງທີ່່ຫາກໍ່ຂຶ້ນຮັບຕຳແໜ່ງ.


    ທ່ານສີຈີ້ນຜິງໄດ້ອວຍພອນໃຫ້ທ່ານຫຼີກາຈິວຈອນຫຼີຂຶ້ນຮັບຕຳແໜ່ງເປັນຜູ້ວ່າການເຂດບໍລິຫານພິເສດຮົງກົງຊຸດທີ 6. ທ່ານຊີ້ອອກວ່າ, ປະຊາຊົນຮົງກົງຈຳນວນມະຫາສານຄອງຄອຍຕໍ່ທ່ານ ແລະ ອົງການປົກຄອງເຂດບໍລິຫານພິເສດຊຸດໃໝ່ຢ່າງເຕັມທີ່. ສູນກາງຈະອອກແຮງສະໜັບສະໜູນທ່ານ ແລະ ອົງການປົກຄອງຊຸດ
ໃໝ່ເພື່ອດຳເນີນການປົກຄອງຕາມກົດໝາຍ. ພວກຂ້າພະເຈົ້າມີຄວາມໝັ້ນໃຈທີ່ສຸດຕໍ່ອົງການປົກຄອງເຂດບໍລິຫານພິເສດຊຸດໃໝ່ ແລະ ມີຄວາມໝັ້ນໃຈທີ່ສຸດ
ຕໍ່ຮົງກົງໃນອະນາຄົດ.


    ທ່ານຫຼີກາຈິວຈອນສະແດງຄວາມຂອບໃຈຕໍ່ທ່ານປະທານສີຈີ້ນຜິງ ແລະ ລັດຖະບານກາງທີ່ໄວ້ເນື້ອເຊື່ອໃຈ. ທ່ານກ່າວວ່າ, ຂ້າພະເຈົ້າຮູ້ວ່າຕົນເອງມີໜ້າທີ່ສຳຄັນທີ່ສຸດ,ຈະອອກແຮງຢ່າງສຸດຄວາມສາມາດ,ນຳພາອົງການປົກຄອງເຂດບໍລິຫານພິເສດຮົງກົງເຮັດວຽກຢ່າງແທ້ຈິງ ເພື່ອເປີດໂສມໜ້າໃໝ່ແຫ່ງການພັດທະນາຂອງຮົງກົງ.