ຮົງກົງຈັດກິດຈະກຳຕ່າງໆເພື່ອສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ25ປີ

2022-07-01 11:38:02 cri

   ເນື່ອງໃນໂອກາດວັນລະນຶກຮົງກົງກັບຄືນສູ່ປະເທດຊາດຄົບຮອບ25ປີ,ຢູ່ຕາມຖະໜົນຫົນທາງສາຍຕ່າງໆໃນຮົງກົງ ໄດ້ປະດັບປະດາໄປດ້ວຍທຸງຊາດແລະທຸງເຂດຮົງກົງ, ຊາວຮົງກົງໄດ້ສຳຜັດກັບບັນຍາກາດຟົດຟື້ນມ່ວນຊື່ນໃນກິດຈະກຳຕ່າງໆ.

ຄະນະກຳມະການພິທີສະຫຼອງຂອງວົງການຕ່າງໆຮົງກົງໄດ້ຈັດພິທີເປີດກິດຈະກຳຕ່າງໆເພື່ອສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ25ປີຢູ່ສວນສາທາລະນະວິໂດເຣຍໃນຫວ່າງມໍ່ໆມານີ້ ໂດຍມີຊາວໜຸ່ມແລະແຂກຜູ້ມີກຽດຂອງຮົງກົງຮ່ວມກັນຮ້ອງເພງ ເພື່ອສະແດງຄວາມອວຍພອນຕໍ່ປະເທດຊາດ ແລະຄວາມຄອງຄອຍຕໍ່ອະນາຄົດທີ່ດີງາມຂອງຮົງກົງ.

   ວົງການຕ່າງໆຂອງຮົງກົງຍັງໄດ້ຈັດຂະບວນລົດແຫ່ທີ່ປະດັບດ້ວຍດອກໄມ້, ລົດເມພິເສດ 25 ຄັນ ແລະຮູບການອື່ນໆ ເພື່ອສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ25ປີ.