ຕອນເຊົ້າວັນທີ1ກໍລະກົດນີ້,ພິທີສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ25ປີ ແລະ ພິທີສາບານຕົວຂຶ້ນຮັບຕຳແໜ່ງຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງຊຸດທີ6 ໄດ້ຈັດຂຶ້ນຢູ່ສູນປະຊຸມແລະວາງສະແດງຮົງກົງ.
ທ່ານຫຼີກາຈິວ ຈອນໄດ້ສາບານຕົວຂຶ້ນຮັບຕຳແໜ່ງຜູ້ວ່າການບໍລິຫານຊຸດທີ6ຂອງເຂດບໍລິຫານພິເສດຮົງກົງ ໂດຍມີທ່ານປະທານສີຈິ້ນຜິງ ປະທານປະເທດເຂົ້າຮ່ວມເປັນສັກຂີພິຍານ.