ຄຳປາໄສທີ່ສຳຄັນຂອງທ່ານປະທານສີຈິ້ນຜິງໄດ້ຮັບການຕອບສະໜອງຈາກວົງການຕ່າງໆຂອງຮົງກົງຢ່າງກະຕືລືລົ້ນ

2022-07-02 16:52:03 cri


   ວັນທີ 1 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າປາໄສສຳຄັນໃນພິທີສະຫຼີມສະຫຼອງວັນຄົບຮອບ 25 ປີຂອງຮົງກົງກັບຄືນສູ່ປະເທດຊາດ ແລະ ພິທີສາບານຕົວຂຶ້ນຮັບຕຳແໜ່ງຂອງຄະນະອຳນາດການປົກຄອງເຂດບໍລິຫານພິເສດຮົງກົງສະໄໝທີ 6 ເຊິ່ງໄດ້ຮັບການຕອບສະໜອງຈາກວົງການຕ່າງໆຂອງຮົງກົງຢ່າງກະຕືລືລົ້ນ.
   ສະຫະພັນບັນດິດເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ ໄດ້ອອກຖະແຫຼງການ ໂດຍໄດ້ສະແດງຄວາມເຫັນດີເຫັນພ້ອມຄຳປາໄສສຳຄັນຂອງທ່ານປະທານສີຈິ້ນຜິງ ແລະ ໄດ້ຮັບກຳລັງໃຈເປັນຢ່າງຍິ່ງ.
   ທ່ານນາງ ລຽງເໝີຍເຟີ່ນ ສະມາຊິກສະພານິຕິບັນຍັດຮົງກົງ ໄດ້ໃຫ້ຄວາມເຫັນດ້ວຍການມີຄວາມຮູ້ສຶກຢ່າງດູດດື່ມວ່າ: ເນື່ອງໃນໂອກາດຮົງກົງກັບຄືນສູ່ປະເທດຊາດໄດ້ຄົບຮອບ 25 ປີ, ທ່ານປະທານສີຈິ້ນຜິງ ໄດ້ເດີນທາງເຖິງຮົງກົງ ເຊິ່ງເປັນການສະແດງໃຫ້ເຫັນວ່າ ລັດຖະບານໄດ້ທະນຸຖະໜອມປະເທດດຽວສອງລະບອບ ແລະ ເຫັນໄປໃນແງ່ດີຕໍ່ອະນາຄົດຂອງປະເທດດຽວສອງລະບອບ”.
   ທ່ານ ໂຮ້ສີຊ່ານ ກຳມະການປະຈຳສະພາປຶກສາການເມືອງປະຊາຊົນແຂວງກວາງຕຸ້ງ, ປະທານສະຫະສະມາຄົມຊາວໜຸ່ມກວາງຕຸ້ງຢູ່ຮົງກົງ ໄດ້ກ່າວວ່າ: ທ່ານປະທານສີຈິ້ນຜິງໄດ້ຢືນຢັນຜົນງານການພັດທະນາທີ່ຮົງກົງຍາດມາໄດ້ ພາຍໃຕ້ທິດທາງນະໂຍບາຍ ປະເທດດຽວສອງລະບອບ ຫຼັງຈາກຮົງກົງກັບຄືນສູ່ປະເທດຊາດຕະຫຼອດໄລຍະ 25 ປີຜ່ານມາ.