ທ່ານສີຈິ້ນຜິງກວດການກອງທັບປະຈຳຮົງກົງ

2022-07-02 15:47:16 cri

ຕອນເຊົ້າວັນທີ 1 ກໍລະກົດ 2022, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໄປກວດການກອງທັບປົດປ່ອຍປະຊາຊົນຈີນປະຈຳເຂດບໍລິຫານພິເສດຮົງກົງ, ທ່ານໄດ້ຕາງໜ້າສູນກາງພັກຄອມມູນິດຈີນ ແລະ ຄະນະກຳມະການການທະຫານສູນກາງຈີນສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ກອງທັບປົດປ່ອຍປະຊາຊົນຈີນປະຈຳຮົງກົງທຸກຖ້ວນໜ້າ.

ທ່ານສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ພາຍຫຼັງກັບຄືນສູ່ປະເທດຊາດຕະຫຼອດໄລຍະ 25 ປີຜ່ານມາ, ກອງທັບປະຈຳຮົງກົງໄດ້ຕັ້ງໜ້າປະຕິບັດທິດທາງ “ປະເທດດຽວສອງລະບອບ”, ກົດໝາຍພື້ນຖານເຂດບໍລິຫານພິເສດຮົງກົງ ແລະ ກົດໝາຍວ່າດ້ວຍກອງທັບປະຈຳການຢູ່ຮົງກົງ, ໄດ້ສຳເລັດໜ້າທີ່ຕ່າງໆຢ່າງຈົບງາມ ໂດຍຖືເອົາການປ້ອງກັນເຂດພິເສດຮົງກົງເປັນຫຼັກ. ໂດຍສະເພາະໃນເວລາຜະເຊີນໜ້າກັບການປ່ຽນແປງທີ່ເລິກເຊິ່ງແລະສະຫຼັບສັບຊ້ອນຂອງສະຖານະການຢູ່ຮົງກົງໃນຊຸມປີຜ່ານມາ, ກອງທັບປະຈຳການຢູ່ຮົງກົງໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນການເຮັດໃຫ້ເຂດພິເສດຮົງກົງຈາກຄວາມວຸ້ນວານກ້າວໄປສູ່ຄວາມສະຫງົບ.

ທ່ານສີຈິ້ນຜິງ ຍັງກ່າວເນັ້ນໜັກອີກວ່າ: ເຂດບໍລິຫານພິເສດຮົງກົງພວມຢູ່ໃນໄລຍະສຳຄັນທີ່ຈາກການມີຄວາມສະຫງົບກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ, ກອງທັບປະຈຳການຢູ່ຮົງກົງຕ້ອງເພີ່ມທະວີການກໍ່ສ້າງໂຕເອງຢ່າງຮອບດ້ານ, ຍົກສູງຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ ເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມຈະເລີນຮຸ່ນເຮືອງແລະສະຖຽນລະພາບຖາວອນຂອງເຂດພິເສດຮົງກົງ, ພ້ອມທັງຊຸກຍູ້ການປະຕິບັດຕາມທິດທາງ “ປະເທດດຽວສອງລະບອບ” ຢູ່ເຂດພິເສດຮົງກົງໃຫ້ດຳເນີນໄປຢ່າງໝັ້ນທ່ຽງແລະຍາວນານ.