ອັດຕາເງິນເຟີ້ຂອງເຂດໃຊ້ເງິນເອີໂຣເພີ່ມຂຶ້ນຮອດລະດັບສູງສຸດໃນຮອບ 25 ປີຜ່ານມາ

2022-07-02 15:48:02 cri


ວັນທີ 1 ກໍລະກົດ 2022 ຕາມເວລາທ້ອງຖິ່ນ, ອົງການສະຖິຕິສະຫະພາບເອີຣົບໄດ້ເປີດເຜີຍຕົວເລກສະຖິຕິ ໂດຍສະແດງໃຫ້ເຫັນວ່າ: ອັດຕາເງິນເຟີ້ຂອງ 19 ປະເທດໃຊ້ເງິນເອີໂຣໄດ້ເພີ່ມຂຶ້ນເປັນ 8,6% ໃນເດືອນມິຖຸນາຜ່ານມາ, ສູງກວ່າອັດຕາເງິນເຟີ້ທີ່ເປັນ 8,1% ໃນເດືອນພຶດສະພາ, ແລະເປັນອັດຕາເງິນເຟີ້ລະດັບສູງສຸດຂອງເຂດໃຊ້ເງີນເອີໂຣນັບແຕ່ປີ 1997 ເປັນຕົ້ນມາ.

ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ລາຄາພະລັງງານໃນເຂດໃຊ້ເງິນເອີໂຣໄດ້ເພີ່ມຂຶ້ນ 41,9% ພາຍໃນເວລາອັນສັ້ນໆ, ຂະນະທີ່ລາຄາອາຫານ, ເຫຼົ້າ ແລະ ຢາສູບໄດ້ເພີ່ມຂຶ້ນ 8,9%, ລ້ວນແຕ່ສູງກວ່າລະດັບເພີ່ມຂຶ້ນສຳລັບເດືອນພຶດສະພາປີນີ້.