ຄວາມພູມໃຈຕໍ່ປະເທດຕົນຂອງຊາວອາເມຣິກາຕົກຕ່ຳລົງ

2022-07-02 16:44:30 cri

   ວັນທີ 30 ມິຖຸນາຜ່ານມາ ຕາມເວລາທ້ອງຖິ່ນ, ອີງຕາມຜົນການເອົາປະຊາມະຕິຄັ້ງຫຼ້າສຸດທີ່ເວັບໄຊຂ່າວຟັອອາເມຣິກາໄດ້ແຈ້ງໃຫ້ຮູ້ວ່າ: ຄວາມພູມໃຈຕໍ່ປະເທດຕົນຂອງຊາວອາເມຣິກາໄດ້ຕົກຕ່ຳລົງ, ຊາວພັກຣີພັບບຼີກັນ ແລະ ບຸກຄົນທີ່ບໍ່ສັງກັດພັກຝ່າຍໃດສ່ວນຫຼາຍ ພ້ອມດ້ວຍຊາວພັກດີໂມເກຼັດ ເກືອບເຄິ່ງໜຶ່ງ ໄດ້ຮູ້ສຶກບໍ່ພໍໃຈຕໍ່ສະພາບປັດຈຸບັນຂອງອາເມຣິກາ.

   ຜົນການເອົາປະຊາມະຕິໃນຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ: ມີຊາວອາເມຣິກາພຽງ 39% ເທົ່ານັ້ນທີ່ກ່າວວ່າມີຄວາມພູມໃຈຕໍ່ປະເທດຕົນ, ຕົວເລກນີ້ໄດ້ຫຼຸດລົງ 12% ເມື່ອທຽບກັບເດືອນມິຖຸນາປີ 2017, ແລະໄດ້ຫຼຸດລົງ 30% ນັບຕັ້ງແຕ່ເດືອນມິຖຸນາປີ 2011 ເປັນຕົ້ນມາ. ມີຊາວອາເມຣິກາ 56% ບໍ່ມີຄວາມພູມໃຈຕໍ່ປະເທດຕົນ ເຊິ່ງສູງກວ່າ 45% ຂອງປີ 2017 ແລະ 28%ຂອງປີ 2011.