ຊຸດອົບຮົມພາສາຈິນຊຸດທຳອິດຂອງສາລະວັດທະຫານປະເທດມາດາກາສກາຈັດພິທີສຳເລັດການສຶກສາ

2022-07-02 16:47:20 cri


   ຊຸດອົບຮົມພາສາຈິນຊຸດທຳອິດຂອງສາລະວັດທະຫານປະເທດມາດາກາສກາໄດ້ຈັດພິທີສຳເລັດການອົບຮົມໃນວັນທີ 30 ມິຖຸນາຜ່ານມາ ໂດຍມີນາຍແລະພົນທະຫານຂອງກອງກຳລັງສາລະວັດທະຫານປະເທດມາດາກາສກາ 42 ຄົນໄດ້ຮັບໃບຢັ້ງຢືນສຳເລັດການອົບຮົມ.   ຊຸດອົບຮົມດັ່ງກ່າວແມ່ນຮ່ວມກັນຈັດຂຶ້ນໂດຍສະຖານທູດຈີນປະຈຳມາດາກາສກາ, ສະຖາບັນຂົງຈື້ມະຫາວິທະຍາໄລຕານານາຣີໂວ ແລະ ກອງກຳລັງສາລະວັດທະຫານປະເທດມາດາກາສກາ.
   
ທ່ານພົນຕີ ລາຄູເບຕູ ຜູ້ປະສານງານໃຫຍ່ການເຄື່ອນໄຫວຍຸດທະສາດສາລະວັດທະຫານປະເທດມາດາກາສກາ ໄດ້ສະແດງຄວາມຊົມເຊີຍຕໍ່ສຳມະນາກອນທີ່ໄດ້ຮັບໃບຢັ້ງຢືນສຳເລັດການອົບຮົມທຸກທ່ານ ໂດຍກ່າວວ່າ: ການອົບຮົມພາສາຈີນຄັ້ງນີ້ໄດ້ຕອບສະໜອງຄວາມປາຖະໜາ ແລະຄວາມຕ້ອງການຂອງສຳມະນາກອນຕ່າງໆ ເຊິ່ງເຮັດໃຫ້ເຂົາເຈົ້າມີຄວາມຮູ້ ແລະວິຊາການອຸດົມສົມບູນຂຶ້ນ ແລະ ມີຄວາມໝາຍອັນສຳຄັນຕໍ່ກອງກຳລັງສາລະວັດທະຫານປະເທດມາດາກາສກາ ກໍຄືການຮ່ວມມືລະຫວ່າງມາດາກາສກາ-ຈີນ.