ບັນນາທິການໃຫຍ່ໜັງສືພິມNATUREກ່າວວ່າ: ການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດ ບໍ່ຄວນຖືກສິ່ງລົບກວນຈາກການເມືອງ

2022-07-03 15:02:44 CRI


ຫວ່າງກ່ອນນີ້ບໍ່ດົນ, ທ່ານນາງມັກດາເລນາ ສະກິບເປີ ບັນນາທິການໃຫຍ່ໜັງສືພິມNATUREກ່າວວ່າ:ຕ້ອງສະໜັບສະໜູນວິທະຍາສາດໃນຂອບເຂດທົ່ວໂລກ, ການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດບໍ່ຄວນຖືກລົບກວນຈາກດ້ານການເມືອງ.

 

ທ່ານນາງສະກິບເປີຮຽກຮ້ອງໃຫ້ສະໜັບສະໜູນການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດສາກົນ, “ບັນຫາສັບສົນທັງໝົດທີ່ພວກເຮົາປະເຊີນໜ້ານັ້ນລ້ວນແຕ່ແມ່ນບັນຫາທີ່ມີລັກສະນະທົ່ວໂລກ, ມັນຕ້ອງໄດ້ຮັບຄຳຕອບໃນຖານະເປັນພາກສ່ວນໜຶ່ງຂອງການຮ່ວມມືສາກົນ.”

 

ກ່ອນໜ້ານີ້ ໃນວາລະສານNATUREໄດ້ລົງພິມບົດຄວາມໂດຍຊີ້ອອກວ່າ, ໃນປະຫວັດສາດ, ເຖິງວ່າໃນໄລຍະທີ່ລຳບາກທີ່ສຸດ, ການຮ່ວມມືດ້ານວິທະຍາສາດສາກົນກໍແມ່ນຂົວຕິດຕໍ່ແຫ່ງການແລກປ່ຽນ. ການຕິດຕໍ່ກັນ ແຕ່ບໍ່ແມ່ນກັກກັ້ນ, ຍິ່ງມີຜົນດີຕໍ່ການສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການສ້າງຂົວຕິດຕໍ່ທາງວັດທະນະທຳ ແລະສັງຄົມ, ແລ້ວປູເສັ້ນທາງໃຫ້ແກ່ສັນຕິພາບ.